ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອ​ກາດ​ວັນ​ແພດ​ໝໍ ຫວຽດ​ນາມ

(VOVWORLD) -ໃນວັນທີ 26 ກຸມພາ, ວິທະຍຸກະຈາຍສຽງປະຊາຊົນນະຄອນ ໂຮ່ຈີມິນ (VOH) ສົມທົບກັບພະແນກສາທາລະນະສຸກນະຄອນ ໄດ້ຈັດພິທີມອບລາງວັນຜົນງານການແພດ ຫວຽດນາມ ປີ 2020 ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນເພື່ອສຸຂະພາບປະຊາຊົນຂອງຖັນແຖວແພດໝໍໃນທົ່ວປະເທດ.
ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອ​ກາດ​ວັນ​ແພດ​ໝໍ ຫວຽດ​ນາມ - ảnh 1ການນຳກະຊວງປ້ອງກັນປະເທດ ມອບໃບຢັ້ງຢືນນາມະຍົດ ທ່ານໝໍປະຊາຊົນ, ທ່ານໝໍດີເດັ່ນ ໃຫ້ແກ່ບັນດາແພດໝໍເສນາຮັກ (ພາບ: chinhphu.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນວັນແພດໝໍຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2021), ໃນວັນທີ 26 ກຸມພາ, ທ່ານ ເຈິ່ນວຽດເຮືອງ ປະທານຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ໄດ້ລົງຢ້ຽມຢາມ ແລະ ອວຍພອນ ບັນດາພະນັກງານ, ພາລະກອນການແພດ ຢູ່ບາງໂຮງໝໍໃນບໍລິເວນ ນະຄອນ. ນະທີ່ນີ້, ທ່ານ ເຈິ່ນວຽດເຮືອງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາຫົວໜ່ວຍການແພດໃນໄລຍະທີ່ຜ່ານມາ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ທ່ານກໍ່ປາດຖະໜາຢາກໃຫ້ພະນັກງານ, ພາລະກອນການແພດໝົດທຸກຄົນຢູ່ບັນດາຫົວໜ່ວຍສືບຕໍ່ປ່ຽນແປງໃໝ່ວິທີການເຮັດວຽກເພື່ອຮັບໃຊ້ຄົນເຈັບ, ຍົກສູງຄຸນສົມບັດຈັນຍາບັນ ດ້ວຍທິດນຳທີ່ວ່າ “ຖືຄົນເຈັບເປັນໃຈກາງເພື່ອຮັບໃຊ້”, ຍົກສູງຄຸນນະພາບຕອບສະໜອງຄວາມຕ້ອງການໃນການເບິ່ງແຍງດູແລ, ປົກປ້ອງສຸຂະພາບຂອງປະຊາຊົນໃນສະພາບການໃໝ່, ເພື່ອຍົກສູງສະຕິການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ໃນວັນທີ 26 ກຸມພາ, ວິທະຍຸກະຈາຍສຽງປະຊາຊົນນະຄອນ ໂຮ່ຈີມິນ (VOH) ສົມທົບກັບພະແນກສາທາລະນະສຸກນະຄອນ ໄດ້ຈັດພິທີມອບລາງວັນຜົນງານການແພດ ຫວຽດນາມ ປີ 2020 ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນເພື່ອສຸຂະພາບປະຊາຊົນຂອງຖັນແຖວແພດໝໍໃນທົ່ວປະເທດ.

        ແລະ ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີມອບນາມມະຍົດ ທ່ານໝໍປະຊາຊົນ ໃຫ້ແກ່ 20 ຄົນ, ທ່ານໝໍດີເດັ່ນ 75 ຄົນ ຄັ້ງທີ 13 ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ