ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.
ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ - ảnh 1ພິທີຖະຫວາຍເຄື່ອງຂອງບູຊາ (ພາບ: VOV)

ຢູ່ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ ດິ່ງລາກຢາວ, ນະຄອນ ບວນມາທວດ, ແຂວງ ດັກລັກ, ພິທີບູຊາເຈົ້າຊີວິດຮຸ່ງ ໄດ້ດຳເນີນດ້ວຍກິດຈະກຳຕີກອງ, ລັ່ນຄ້ອງຕາມພິທີກຳທີ່ເປັນປະເພນີ; ຖະຫວາຍທູບທຽນ, ເຄື່ອງບູຊາຂອງປະຊາຊົນໃນບໍລິເວັນແຂວງ ດັກລັກ; ພິທີລາຍງານຜົນງານ, ຫວນຄືນປະຫວັດສາດອັນສະຫງ່າອົງອາດຂອງບັນດາເຈົ້າຊີວິດຮຸ່ງໃນສະໄໝສ້າງຕັ້ງປະເທດ, ປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມໃນວັນນີ້. ປ້າລວນທິລຽນ, ຢູ່ຕາແສງ ຕຶອານ, ນະຄອນ ບວນມາທວດ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຂົ້າຮ່ວມການຫໍ່ເຂົ້າຕົ້ມ, ຕຳປັນໄຢ. ພວກຂ້າພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈຫຼາຍ ເມື່ອໄດ້ປະກອບເຫື່ອແຮງຂອງຕົນເຮັດຂະໜົມເພື່ອຖະຫວາຍບູຊາບັນດາເຈົ້າຊີວິດຮຸ່ງ.”

        ຢູ່ແຂວງ ກອນຕຸມ, ນັບແຕ່ຮຸ່ງເຊົ້າ, ຢູ່ຫຼາຍເຂດຊຸມຊົນ, ສະຖານທີ່ບູຊາໃນບໍລິເວນແຂວງ ໄດ້ດຳເນີນກິດຈະກຳບູຊາເຈົ້າຊີວິດຮຸ່ງ ດ້ວຍນ້ຳໃຈຮັດແໜ້ນຄວາມສາມັກຄີ ຂອງລູກຫຼານລາກຮົ່ງ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່. ທ່ານຟານເຖງອກ, ຫົວໜ້າຄະນະຄຸ້ມຄອງສາລາ ເລືອງເຂ, ນະຄອນ ກອນຕຸມ, ຂຶ້ນກັບແຂວງ ກອນຕຸມ ໃຫ້ຮູ້ວ່າ:

        “ປະເພນີຂອງຊາວ ຫວຽດນາມ ແມ່ນກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ໄປໃສກໍໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ບ່ອນນັ້ນ. ວັນບຸນບູຊາເຈົ້າຊີວິດຮຸ່ງ ພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ລະດູການຜະລິດໄດ້ຮັບຜົນດີ, ການທຳມາຫາກິນຈະເລີນຂຶ້ນ. ວັນບຸນບູຊາເຈົ້າຊີວິດຮຸ່ງ, ປະຊາຊົນໃນທົ່ວປະເທດລ້ວນແຕ່ຕອບສະໜອງຢ່າງສຸດໃຈ ແລະ ມ່ວນຫຼາຍ. ລູກຫຼານກໍເຂົ້າໃຈໄດ້ປະຫວັດສາດວັດທະນະທຳຂອງປະເທດຕົນ, ພ້ອມທັງພະຍາຍາມຮ່ຳຮຽນ, ອອກແຮງງານ”.

        ພ້ອມກັບທົ່ວປະເທດ, ໃນຕອນເຊົ້າວັນດຽວກັນ, ນະຄອນ ໂຮ່ຈີມິນກໍໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງຂຶ້ນຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ