ບັນດາການເຄື່ອນໄຫວປະຕິບັດສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະເທດຊາດ

(VOVWORLD) - ຕອນຄ່ຳວັນທີ 27 ກໍລະກົດ, ສະຖານີໂທລະພາບດີຈີຕອນ ຫວຽດນາມ VTC (ສະຖານີວິທະຍຸກະຈາຍສຽງ ຫວຽດນາມ) ຈັດຕັ້ງລາຍການໂທລະພາບພິເສດ “ແຜ່ນດິນແຫ່ງຄວາມສັກສິດນັບພັນປີ”. 
ບັນດາການເຄື່ອນໄຫວປະຕິບັດສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະເທດຊາດ - ảnh 1 ລາຍການ ແຜ່ນດິນແຫ່ງຄວາມສັກສິດນັບພັນປີ

ເຂົ້າຮ່ວມລາຍການ ມີທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ. ໃນເວລາອອກອາກາດກ່ວາ 90 ນາທີ ລາຍການ ແຜ່ນດິນແຫ່ງຄວາມສັກສິດນັບພັນປີ” ໄດ້ນຳເອົາບັນດາຄຸນຄ່າອັນລ້ຳຄ່າ ເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ອຸທິດເລືອດເນື້ອໃຫ້ແກ່ປະເທດຊາດມາໃຫ້ຜູ້ຊົມ ໃນວັນອາໄລຫາ 27 ກໍລະກົດ. ເຂົ້າຮ່ວມລາຍການ ອະດີດນັກຮົບ ເລກວາງຮຸງ ແບ່ງປັນວ່າ:

        “ນັກຮົບຄືດັ່ງພວກຂ້າພະເຈົ້າ, ພິເສດແມ່ນທະຫານເສຍອົງຄະ ແລະ ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົາເຈົ້າຮູ້ສຶກໄດ້ ເຖິງຄວາມຮູ້ບຸນຄຸນຂອງພັກ, ລັດ, ສັງຄົມ, ຂອງບັນດາຄົນລຸ້ນຫລັງ. ມີຄວາມເພິ່ງພໍໃຈ ເມື່ອສັງຄົມ ແລະ ຄົນລຸ້ນຫລັງໄດ້ຄິດຮອດຄິດເຖິງບຸນຄຸນອັນໃຫຍ່ຫລວງຂອງເຂົາເຈົ້າ, ກໍ່ຄືການປະກອບສ່ວນຂອງເຂົາເຈົ້າໃຫ້ແກ່ປະເທດຊາດ”.

ໃນລະຫວ່າງວັນທີ 26 – 27 ກໍລະກົດ, ສູນກາງສະພາກາແດງ ຫວຽດນາມ ສົມທົບກັບສະພາກາແດງນ້ຳໃຈມະນຸດ ສາຊາ(ຮ່າໂນ້ຍ) ໄດ້ມອບຂອງຂວັນ 100 ພຸດໃຫ້ບັນດາຄອບຄົວແມ່ ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກພິເສດຢູ່ເມືອງ ທໍ້ຊວນ ແລະ ເມືອງ ກວານເຊີນ ແຂວງ ແທງຮ໋ວາ.

ວັນທີ 27 ກໍລະກົດ, ແຂວງ ກາເມົາ ຈັດຕັ້ງພິທີເປີດສະຫຼອງອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ. ເລື່ອງເປີດສະຫຼອງອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແຂວງ ກາເມົາ ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃນແຂວງ ກາເມົາ.

ຕອບກັບ

ຂ່າວ/ບົດ​ອື່ນ