ບັນດາການເຄື່ອນໄຫວຟົດຟື້ນ, ມີຄວາມໝາຍ ເພື່ອຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຈໍ 2018

(VOVWORLD) - ວັນທີ 10 ກຸມພາ, ແຂວງ ຈາວິງ ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ ລະດູບານໃໝ່ປີວອກ 1968 ແລະ ຕ້ອນຮັບລະດູບານໃໝ່ປີຈໍ 2018,
ບັນດາການເຄື່ອນໄຫວຟົດຟື້ນ, ມີຄວາມໝາຍ ເພື່ອຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຈໍ 2018 - ảnh 1

ບັນດາການເຄື່ອນໄຫວຟົດຟື້ນ, ມີຄວາມໝາຍ ເພື່ອຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຈໍ 2018

ດ້ວຍການເຂົ້າຮ່ວມຂອງຜູ້ແທນເປັນແມ່ ຫວຽດນາມ ວິລະຊົນ, ບັນດາຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ບັນດາຜູ້ມີຍົດຖາບັນດາສັກ, ພະນັກງານ ແລະ ນັກຮົບກຳລັງປະກອບອາວຸດໃນແຂວງຈຳນວນກ່ວາ 900 ຄົນ. ເນື່ອງໃນໂອກາດນີ້, ຄະນະພັກແຂວງ ຈາວິງ ໄດ້ປະດັບຫຼຽນກາຢັ້ງຢືນການເຂົ້າເປັນສະມາຊິກພັກ 50ປີ, 55ປີ, 60ປີ ແລະ 70ປີ ໃຫ້ແກ່ສະມາຊິກພັກ 56 ຄົນ.

        ວັນທີ 10 ກຸມພາ, ສະມາຄົມນັກຂ່າວແຂວງ ລ້າງເຊີນ ສົມທົບກັບຄະນະໂຄສະນາສຶກສາແຂວງ ລ້າງເຊີນ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ, ພະແນກຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງພິທີໄຂງານບຸນໜັງສືພິມລະດູບານໃໝ່ ລ້າງເຊີນ ປີ 2018 ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ່ວຍສື່ມວນຊົນພວມເຄື່ອນໄຫວໃນບໍລິເວນແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ