ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

(VOVWORLD) - ເພື່ອສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (1890 – 2019); 50 ປີ ແຫ່່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ ແລະ ສືບຕໍ່ປະຕິບັດຄໍາສັ່ງເລກທີ 05 – CT/TW ຂອງກົມການເມືອງຊຸດທີ 12 ກ່ຽວກັບການ “ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ” ໃນຊຸມວັນນີ້, ໄດ້ມີການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງຖືກຈັດຂຶ້ນຢູ່ທ້ອງຖິ່ນແຫ່ງຕ່າງໆພາຍໃນປະເທດຫວຽດນາມ.

      ຕອນເຊົ້າວັນທີ 17 ພຶດສະພາ ຢູ່ ຫໍພິພິທະພັນປະຫວັດສາດແຫ່ງຊາດ ຢູ່ຮ່າໂນ້ຍ ຂອງຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ໂຮ່ຈີມິນ - ຮູບເຄິ່ງຄີງຂອງຄົນຜູ້ໜຶ່ງ”. ເນື່ອງໃນໂອກາດນີ້, ຫໍພິພິທະພັນປະຫວັດສາດແຫ່ງຊາດ ກໍຮັບວັດຖຸພັນຈໍານວນໜຶ່ງກ່ຽວກັບປະທານໂຮ່ຈີມິນ ຈາກບັນດາສ່ວນບຸກຄົນມອບໃຫ້. ງານວາງສະແດງດັ່ງກ່າວ ຖືກຈັດຂຶ້ນແຕ່ວັນທີ 17 ພຶດສະພາ ຈົນໄປຮອດໝົດເດືອນ ສິງຫາ 2019 ຈຶ່ງອັດລົງ.

ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1 ຈົດໝາຍ ແລະ ຄໍາອວຍພອນຂອງປະທານໂຮ່ຈີມິນ ໄດ້ວາງສະແດງທີ່ງານວາງສະແດງ

        ໃນຂະນະນັ້ນ, ກະຊວງຕໍາຫຼວດຫວຽດນາມ ກໍໄດ້ຈັດຕັ້ງງານວາງສະແດງດ້ວຍຫົວຂໍ້ວ່າ “ຕໍາຫຼວດປະຊາຊົນ ຈົດຈໍາຄໍາສັ່ງສອນຂອງເພິ່ນ” ດ້ວຍເອກະສານ, ວັດຖຸພັນກວ່າ 500 ຢ່າງ.

        ຜ່ານບັນດາການເຄື່ອນໄຫວດັ່ງກ່າວ ໄດ້ປະກອບສ່ວນຊ່ວຍມະຫາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ຊອກຮູ້ກ່ຽວກັບຊີວິດ, ພາລະກິດ, ແນວຄວາມຄິດ, ຄຸນສົມບັດຂອງປະທານໂຮ່ຈີມິນ ໄດ້ຢ່າງເລິກເຊິ່ງ ຜ່ານນັ້ນກໍ່ຮັບຮູ້ກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ຢ່າງຄົບຖ້ວນກວ່າ ແລະ ປະກອບກໍາລັງເຫື່ອແຮງຂອງຕົນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ