ບັນດາການເຄື່ອນໄຫວລະຫຼີ້ນເນື່ອງໃນໂອກາດວັນບຸນໄຫວ້ພະຈັນຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ

(VOVWORLD) - ເຂດວາງສະແດງ, ລະຫຼີ້ນບຸນໄຫວ້ພະຈັນທີ່ເປັນມູນເຊື້ອຢູ່ບັນດາເຂດມໍລະດົກໃນຄຸມທະໜົນເກົ່າ ຮ່າໂນ້ຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 06 ກັນຍາ, ຢູ່ຖະໜົນ ຟຸ່ງຮືງ (ບ້ານ ຮ່າງມ້າ, ເມືອງ ຮ່ວານກຽມ, ຮ່າໂນ້ຍ).
ບັນດາການເຄື່ອນໄຫວລະຫຼີ້ນເນື່ອງໃນໂອກາດວັນບຸນໄຫວ້ພະຈັນຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ - ảnh 1(ແຕ່ວັນທີ 06 – 09 ກັນຍາ, ຢູ່ເຮືອນເລກທີ  87 ຖະໜົນ ມ້າເມີຍ,
ໄດ້ແນະນຳເຂດວາງສະແດງຕ້ອນຮັບວັນບຸນໄຫວ້ພະຈັນ)

        ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ 2024, ຄະນະຄຸ້ມຄອງໜອງ ຮ່ວານກຽມ ແລະ ຄຸມຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັບບັນດານັກສິລະປະການ, ນາຍຊ່າງ ຈັດບັນດາການເຄື່ອນໄຫວວາງສະແດງ, ສະຫຼິີ້ນຢູ່ບັນດາເຂດມໍລະດົກໃນຄຸມຖະໜົນເກົ່າ ຮ່າໂນ້ຍ ແລະ ຢູ່ຖະໜົນພາບແຕ້ມ ຟຸ່ງຮືງ.

        ລະອຽດແມ່ນ, ເຂດວາງສະແດງ, ລະຫຼີ້ນບຸນໄຫວ້ພະຈັນທີ່ເປັນມູນເຊື້ອຢູ່ບັນດາເຂດມໍລະດົກໃນຄຸມທະໜົນເກົ່າ ຮ່າໂນ້ຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 06 ກັນຍາ, ຢູ່ຖະໜົນ ຟຸ່ງຮືງ (ບ້ານ ຮ່າງມ້າ, ເມືອງ ຮ່ວານກຽມ, ຮ່າໂນ້ຍ). ແຕ່ວັນທີ 09 – 15 ກັນຍາ, ຢູ່ສູນພົບປະແລກປ່ຽນວັດທະນະທຳຖະໜົນເກົ່າ ຮ່າໂນ້ຍ (ເລກທີ 50, ຖະໜົນ ດ່າວຢຸຍຕື) ຈະຈັດການເຄື່ອນໄຫວປະດັບປະດາ, ຈັດສັນເຂດລະຫຼີ້ິ້ນເຮັດເຄື່ອງຫຼີ້ນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ.

        ຢູ່ເຮືອນມໍລະດົກເລກທີ  87 ຖະໜົນ ມ້າເມີຍ, ແຕ່ວັນທີ 06 – 09 ກັນຍາ, ໄດ້ແນະນຳເຂດວາງສະແດງຄອບຄົວ ຮ່າໂນ້ຍ ຕ້ອນຮັບວັນບຸນໄຫວ້ພະຈັນ, ແນະນຳຊຸດພາບຖ່າຍມີຫົວຂໍ້ “ຫວນຄືນວັນບຸນໄຫວ້ພະຈັນໃນເມື່ອກ່ອນ” ແລະ ແນະນຳກ່ຽວກັບໂຄມໄຟຂອງວັນບຸນໄຫວ້ພະຈັນ. ຢູ່ສູນວັດທະນະທຳສິລະປະ (ເລກທີ 22 ຮ່າງບວມ) ຈະຈັດງານວາງສະແດງວິຈິດສິນ “ລະດູພະຈັນ” ແລະ ສະແດງການຟ້ອນຕຸກກະຕາ ເຕຕຽວ ໃນວັນທີ 15 ກັນຍາ. ແຕ່ວັນທີ 06 – 13 ກັນຍາ, ຢູ່ຖະໜົນ ຟຸ່ງຮືງ ຈະດຳເນີນບັນດາການເຄື່ອຍໄຫວໃນວັນບຸນໄຫວ້ພະຈັນ ແລະ ແນະນຳພິທີເຮັດເຄື່ອງຫຼີ້ນໃນວັນບຸນໄຫວ້ພະຈັນ; ສະແດງຊຸດແຟຊັນເດັກ; ຈັດບັນດາການລະຫຼີ້ນພື້ນເມືອງ…

ຕອບກັບ

ຂ່າວ/ບົດ​ອື່ນ