ບັນດາການເຄື່ອນໄຫວວັດທະນະທຳ, ກິລາທີ່ຟົດຟຶ້ນເນື່ອງໃນໂອກາດບັນໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) - ຂັ້ນຕອນຈັດພິທີລວມມີ: ພິໄຫວ້ບູຊາພະບິດາ ລາກລອງກວັນ ແລະ ພິທີຖະຫວາຍທູບທຽນ ອາໄລຫາພະແມ່ ເອົາເກີ, ຊຶ່ງຈັດຂຶ້ນໃນວັນທີ 14 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ); ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຈັດຂຶ້ນໃນວັນທີ 18 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ)…
 

ເພື່ອກະກຽມໄຂວັນບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານຮຸ່ງ ປີ 2024 (ແຕ່ວັນທີ 9 – 18 ເມສາ, ກົງກັບວັນທີ 1  - 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແຂວງ ຝູເທາະ ໄດ້ສ້າງແຜນຈັດບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ຂັ້ນຕອນຈັດພິທີລວມມີ: ພິໄຫວ້ບູຊາພະບິດາ ລາກລອງກວັນ ແລະ ພິທີຖະຫວາຍທູບທຽນ ອາໄລຫາພະແມ່ ເອົາເກີ, ຊຶ່ງຈັດຂຶ້ນໃນວັນທີ 14 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ); ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຈັດຂຶ້ນໃນວັນທີ 18 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ)… ສ່ວນງານບຸນມີການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນ, ພິທີໄຂງານບຸນວິຫານ ຮຸ່ງ ແລະ ສັບປະດາ ວັດທະນະທຳ - ທ່ອງທ່ຽວ ເຂດດິນແດນບັນພະບຸລຸດ ປີ ມະໂລງ 2024.

        ນອກຈາກຂັ້ນຕອນຈັດພິທີ ແລະ ຂັ້ນຕອນຈັດບຸນຕາມແຜນການແລ້ວ, ແຂວງ ຝູເທາະ  ຍັງຈັດງານແຂ່ງຂັນແລ່ນ Marathon ວິຫານ ຮຸ່ງ Spirituality “ອ່ວາຍໜ້າເມືອຫາກົກເຄົ້າເຫົງາກໍ່” ປີ 2024, ດ້ວຍນັກກິລາ 6.000 ຄົນໃນທົ່ວປະເທດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ