ບັນດາການເຄື່ອນໄຫວວັດທະນະທຳ “ຄວາມຊົງຈຳທັງລອງ” ທີ່ເປັນເອກະລັກສະເພາະ

(VOVWORLD) -ຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ ໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ “ຄວາມຊົງຈຳທັງລອງ” ຢູ່ຫຼາຍບ່ອນໃນຄຸ້ມເມືອງເກົ່າຮ່າໂນ້ຍ.
ບັນດາການເຄື່ອນໄຫວວັດທະນະທຳ “ຄວາມຊົງຈຳທັງລອງ” ທີ່ເປັນເອກະລັກສະເພາະ - ảnh 1  (ກອງປະຊຸມຂ່າວ)

ເນື່ອງໃນໂອກາດວັນມໍລະດົກວັດທະນະທຳຫວຽດນາມ (23 ພະຈິກ), ຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ ໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະທີ່ມີຊື່ວ່າ “ຄວາມຊົງຈຳທັງລອງ” ຢູ່ຫຼາຍບ່ອນໃນຄຸ້ມເມືອງເກົ່າຮ່າໂນ້ຍ.

        ທີ່ກອງປະຊຸມຂ່າວໃນວັນທີ 18 ພະຈິກ, ທ່ານນາງ ເຈິ່ນທິຖຸ໊ຍລານ, ຮອງຫົວໜ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ ໃຫ້ຮູ້ວ່າ, ການຈັດຕັ້ງເຫດການນີ້ເພື່ອແນໃສ່ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງ ທັງລອງ - ຮ່າໂນ້ຍ ເວົ້າສະເພາະ ແລະ ຂອງຫວຽດນາມ ເວົ້າລວມ.

        ເປີດສາກໃຫ້ບັນເຫດການແມ່ນກອງປະຊຸມສຳມະນາ “ຊຸດເສື້ອຍາວທີ່ເປັນມູນເຊື້ອດ້ວຍຫົວຂໍ້ບັນຫາອະນຸລັກຮັກສາ ແລະ ພັດທະນາໃນສະພາບສັງຄົມຍຸກປະຈຸບັນ”, ເຊິ່ງດຳເນີນໃນຕອນເຊົ້າວັນທີ 21 ພະຈິກ. ແລະກໍ່ຢູ່ທີ່ນີ້, ໃນຕອນຄ່ຳວັນດຽວກັນ ກໍ່ມີການໄຂງານວາງສະແດງແນະນຳປຶ້ມຂອງນັກກະວີສະໄໝລີ໊-ເຈິ່ນ ແລະ ຊຸດພາບແຕ້ມໃສ່ເຈ້ຍສາຂອງນັກວັນນະຄະດີ ຫງວຽນຢຸຍ. ໃນລະຫວ່າງວັນທີ 20 – 29 ພະຈິກ, ຢູ່ເຮືອນມໍລະດົກ 87 ມ້າໄມ, ໄດ້ຈັດລາຍການແນະນຳວັດທະນະທຳຊາ ຊານຕ໊ວຽດ ຂອງແຂວງຮ່າຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ