ບັນດາການເຄື່ອນໄຫວວັດທະນະທຳ, ສີລະປະຫຼາຍຮູບຫຼາຍສີ ຊົມເຊີຍລະດູບານໃໝ່ ປີຈໍ 2018

(VOVWORLD) -  ງານບຸນແຕ້ມຕົວໜັງສືຊົມເຊີຍລະດູບານໃໝ່ປີນີ້ ມີຜູ້ເຂົ້າຮ່ວມແຕ້ມຕົວໜັງສືກວ່າ 60 ຄົນ; ວາງສະແດງ ຕົວໜັງສືດີເດັ່ນ 34 ແຜ່ນ ພ້ອມກັບບັນດາການເຄື່ອນໄຫວຫຼາຍຢ່າງຄື: ວາດພາບທັດສະນີຍະພາບໂຮງຮຽນທີ່ຈັດຕັ້ງການສອບເສັງ
ບັນດາການເຄື່ອນໄຫວວັດທະນະທຳ, ສີລະປະຫຼາຍຮູບຫຼາຍສີ ຊົມເຊີຍລະດູບານໃໝ່ ປີຈໍ 2018 - ảnh 1 ພາບປະກອບ

ຕອນບ່າຍວັນທີ 9 ກຸມພາ, ງານບຸນແຕ້ມຕົວໜັງສືຊົມເຊີຍ ລະດູບານໃໝ່ ປີຈໍ 2018 ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍຈັດຕັ້ງ ໄດ້ດຳເນີນຢູ່ບໍລິເວນໜອງ ວັນ ຂຶ້ນກັບເຂດປູສະນີຍະສະຖານ ວັນໝ໋ຽວ - ກວກຕືຢ໋າມ (ຮ່າໂນ້ຍ). ງານບຸນແຕ້ມຕົວໜັງສືຊົມເຊີຍລະດູບານໃໝ່ປີນີ້ ມີຜູ້ເຂົ້າຮ່ວມແຕ້ມຕົວໜັງສືກວ່າ 60 ຄົນ; ວາງສະແດງ ຕົວໜັງສືດີເດັ່ນ 34 ແຜ່ນ ພ້ອມກັບບັນດາການເຄື່ອນໄຫວຫຼາຍຢ່າງຄື: ວາດພາບທັດສະນີຍະພາບໂຮງຮຽນທີ່ຈັດຕັ້ງການສອບເສັງ, ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳ, ແນະນຳບັນດາຮູບແຕ້ມພື້ນເມືອງ, ຈັດຕັ້ງບັນດາການລະຫຼິ້ນພື້ນເມືອງ, ຈັດຕັ້ງບັນດາຮ້ານຂາຍອາຫານການກິນ, ສະແດງດົນຕີພື້ນເມືອງ,…

        ຕ້ອນຮັບລະດູບານໃໝ່, ແຂວງດັກນົງ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງ ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໃນນັ້ນຈຸດສຸມແມ່ນ “ງານບຸນລະດູບານໃໝ່ ປີຈໍ 2018 ”     ທ່ານນາງ  ຫວູທິອ໋າຍ

ຢວຽນ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດັກນົງ, ໃຫ້ຮູ້ວ່າ:

        “ ພະແນກໄດ້ສ້າງແຜນວາດໃຫ້ງານບຸນ ລະດູບານໃໝ່ ເປັນຕົ້ນແມ່ນການຕົບແຕ່ງປະດັບປະດາ, ການໂຄສະນາປຸກລະດົມ, ວາງກົດລະບຽບຂອງການແຂ່ງຂັນຕ່າງໆ, ສ້າງຕັ້ງຄະນະກຳມະການ, ສົ່ງບັດເຊີນ ເຊື້ອເຊີນບັນດາແຂວງອ້ອມຂ້າງເຂົ້າຮ່ວມ. ຜ່ານ ງານບຸນຄັ້ງນີ້ ກໍ່ຢາກສຶກສາອົບຮົມໃຫ້ບັນດາລຸ້ນໜຸ່ມ ຮັກສາບັນດາຈຸດຄວາມງາມ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້

        ໃນຂະນະນັ້ນ, ວັນທີ 9 ກຸມພາ, ແຂວງ ຫວິງລອງ ກໍ່ໄດ້ຈັດຕັ້ງການແຂ່ງຂັນແຕ້ມຮູບໃສ່ວີ ດ້ວຍຫົວຂໍ້ວ່າ “ ນ້ອງແຕ້ມຄວາມໄຝ່ຝັນຂອງນ້ອງ ” ດ້ວຍການເຂົ້າຮ່ວມຂອງພວກນ້ອງນັກຮຽນ ບັນດາໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນໃນບໍລິເວນແຂວງ ເກືອບ 200 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ