ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຢູ່ຕ່າງປະເທດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2018), 41 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ແອັດສະປາຍ (23/05/1977 – 23/05/2018) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈີມິນ ມີຄຳຮຽກຮ້ອງການແຂ່ງຂັນເພື່ອຄວາມຮັກຊາດ (11/06/1948 – 11/06/2018),

ວັນທີ 19 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ແອັດສະປາຍ ໄດ້ຈັດຕັ້ງ 2 ເຫດການທີ່ມີຄວາມໝາຍ ນັ້ນແມ່ນງານວາງສະແດງ ແລະ ການປະມູນຂາຍຮູບຖ່າຍສິລະປະ 20 ຮູບ ເພື່ອສ້າງກອງທຶນການກຸສົນຊ່ວຍເດັກ ທີ່ປະສົບປະກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ.

        ວັນທີ 19 ພຶດສະພາ, ທີ່ສູນການຄ້າ ດົງຊວນ ຢູ່ນະຄອນຫລວງ Berlin, ເຢຍລະມັນ, ສະມາຄົມຊາວແຂວງ ເງະອານ ພ້ອມກັບພໍ່ແມ່ພີ່ນ້ອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2018).

        ວັນທີ 19 ພຶດສະພາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເມັກຊີໂກ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2018).

ຕອບກັບ

ຂ່າວ/ບົດ​ອື່ນ