ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

(VOVWORLD) -ສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022) ແລະ 111 ປີແຫ່ງວັນ ເພິ່ນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ (05 ມິຖຸນາ 1911 – 05 ມິຖຸນາ 2022)
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1(ຄະນະຜູ້ແທນນະຄອນ ໂຮ່ຈີມິນ ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022) ແລະ 111 ປີແຫ່ງວັນ ເພິ່ນ ເດີນທາງໄປຊອກຫາເສັ້ນທາງກູ້ຊາດ (05 ມິຖຸນາ 1911 – 05 ມິຖຸນາ 2022), ຕອນເຊົ້າວັນທີ 18 ພຶດສະພາ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ນຳໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄປຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຢູ່ຫໍອະນຸສາວະລີປະທານ ໂຮ່ຈີມິນ, ຫໍພິພິຕະພັນ ໂຮ່ຈີມິນ ແລະ ສວນສາທາລະນະອະນຸສາວະລີປະທານ ໂຮ່ຈີມິນ.

        ໃນວັນດຽວກັນ, ຢູ່ຖະໜົນປື້ມນະຄອນ ໂຮ່ຈີມິນ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດພິທີໄຂງານວາງສະແດງ “ເດີນຕາມຮອຍຕີນປະທານ ໂຮ່ຈີມິນ”.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 17 ພຶດສະພາ, ຢູ່ສະໜາມກິລາບ້ານ ແຊນ, ຕາແສງ ກິມລຽນ, ເມືອງ ນາມດ່ານ, ຄະນະກຳມະການປະຊາຊົນແຂວງ ເງະອານ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດພິທີໄຂງານບຸນບ້ານ ແຊນ ແລະ ງານມະໂຫລານ ຕ່ວງ ແລະ ຂັບລຳພື້ນເມືອງທົ່ວປະເທດປີ 2022. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ, ເນັ້ນໜັກວ່າ:

        “ງານບຸນບ້ານ ແຊນ ແມ່ນເຫດການວັດທະນະທຳທີ່ມີຄວາມໝາຍສຳຄັນ ໃນຊີວິດທາງດ້ານຈິດໃຈຂອງປະຊາຊົນ, ແມ່ນໂອກາດເພື່ອໃຫ້ປະຊາຊົນໃນທົ່ວປະເທດເວົ້າລວມ, ປະຊາຊົນແຂວງ ເງະອານ ເວົ້າສະເພາະ ສະແດງຄວາມເຄົາລົບ, ຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ. ຜ່ານການເຄື່ອນໄຫວຂອງງານບຸນ, ພວກເຮົາຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ ຫຼາຍກວ່າ, ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບມີຄວາມຮັບຮູ້ຢ່າງລະອຽດກວ່າກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງຕົນໃນການເສີມຂະຫຍາຍມູນເຊື້ອຮັກຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ