ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ໄຊ​ຊະ​ນະ ຮ່າ​ໂນ້ຍ ດ້ຽນ​ບຽນ​ຝຸ​ທາງ​ອາ​ກາດ ຢູ່​ຄຸ້ມຖະ​ໜົນ​ເກົ່າ ຮ່າ​ໂນ້ຍ

(VOVWORLD) -ເຫດການກໍ່ເປີດສາກໃຫ້ແກ່ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງທີ່ໄດ້ຈັດຕັ້ງຢູ່ຄຸ້ມຖະໜົນເກົ່າ, ຖະໜົນຄົນຍ່າງ ເຂດໜອງຮ່ວານກຽມ ແລະ ໃກ້ຄຽງ. ບັນດາການເຄື່ອນໄຫວໄດ້ແກ່ຍາວເຖິງໝົດວັນທີ 25 ທັນວາ.
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ໄຊ​ຊະ​ນະ ຮ່າ​ໂນ້ຍ ດ້ຽນ​ບຽນ​ຝຸ​ທາງ​ອາ​ກາດ ຢູ່​ຄຸ້ມຖະ​ໜົນ​ເກົ່າ ຮ່າ​ໂນ້ຍ - ảnh 1ທ່ານຟ້າມຕວັນລອງ ປະທານຄະນະກຳມະການປະຊາຊົນເມືອງ ຮ່ວານກຽມ ກ່າວຄຳເຫັນທີ່ງານວາງສະແດງ

ຕອນຄ່ຳວັນທີ 16 ທັນວາ ຢູ່ສູນຖະແຫຼງຂ່າວວັດທະນະທຳ ໂຮ່ເງືອມ (ຮ່າໂນ້ຍ), ຄະນະຄຸ້ມຄອງ ໜອງຮ່ວານກຽມ ແລະ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັບຫໍພິພິທະພັນ ໄຊຊະນະ B52, ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ໄຂງານວາງສະແດງ, ແນະນຳບັນດາວັດຖຸພັນ, ຮູບພາບທີ່ກ່ຽວຂ້ອງເຖິງຍຸດທະສາດດ້ຽນບຽນຝຸທາງອາກາດ.

ງານວາງສະແດງໄດ້ວາງສະແດງວັດຖຸພັນ, ເອກະສານຫຼາຍຢ່າງກ່ຽວກັບການຕໍ່ສູ້ຕ້ານພວກຈັກກະພັກອາເມລິກາຂອງກອງທັບ ແລະ ປະຊາຊົນນະຄອນຫຼວງກ່ອນນີ້ 50 ປີ ດ້ວຍ 3 ເນື້ອໃນ: ກົນອຸບາຍຂອງ ອາເມລິກາ, ໂທດກຳຂອງ ອາເມລິກາ ແລະ ທະຫານປະຊາຊົນະຄອນຫຼວງຕໍ່ສູ້ຕ້ານສັດຕູ. ຜ່ານງານວາງສະແດງ ປະຊາຊົນນະຄອນຫຼວງ ແລະ ແຂກທ່ອງທ່ຽວຈະເຂົ້າໃຈກ່ວາອີກກ່ຽວກັບຄວາມດຸເດືອດຂອງສົງຄາມຕ້ານອາເມລິກາ ແລະ ຄວາມກ້າຫານຂອງກອງທັບ ແລະ ປະຊາຊົນຮ່າໂນ້ຍ ໃນການຕໍ່ສູ້ ພິເສດແມ່ນໃນເວລາ 12 ວັນຄືນ.

ເຫດການກໍ່ເປີດສາກໃຫ້ແກ່ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງທີ່ໄດ້ຈັດຕັ້ງຢູ່ຄຸ້ມຖະໜົນເກົ່າ, ຖະໜົນຄົນຍ່າງ ເຂດໜອງຮ່ວານກຽມ ແລະ ໃກ້ຄຽງ. ບັນດາການເຄື່ອນໄຫວໄດ້ແກ່ຍາວເຖິງໝົດວັນທີ 25 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ