ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018),

ຄະນະກຳມະການປະຊາຊົນແຂວງ ຫ໋າຍເຢືອງ ໄດ້ຕົກລົງຫັກງົບປະມານກ່ວາ 19,3 ຕື້ດົ່ງ ເພື່ອມອບຂອງຂວັນໃຫ້ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເປົ້າໝາຍນະໂຍບາຍ ແລະ ບາງຫົວໜ່ວຍລ້ຽງດູທະຫານເສຍອົງຄະ, ທະຫານເຈັບປ່ວຍ. ແຂວງ ຫ໋າຍເຢືອງ ໄດ້ມອບຂອງຂວັນ 64.000 ພູດ, ແຕ່ລະພູດມີມູນຄ່າ 300.000 ດົ່ງ ໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ຜູ້ໄດ້ຮັບນະໂຍບາຍຄືທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີພວມໄດ້ຮັບການໜູນຊ່ວຍປະຈຳເດືອນ, ທະຫານເຈັບປ່ວຍ…

        ການນຳແຂວງ ຫ໋າຍເຢືອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກເມືອງ ກິງໂມນ, ເມືອງ ນາມແຊ໊ກ ແລະ ເທດສະບານ ຈີ໊ລິງ.

ຕອບກັບ

ຂ່າວ/ບົດ​ອື່ນ