ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດລາຍການສະແດງສິລະປະພິເສດ “ບົດເພງແຫ່ງການເຄື່ອນທັບ”.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1 (ການເຄື່ອນໄຫວສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ)

ນີ້ແມ່ນການເຄື່ອນໄຫວເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2017); 28 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1944 – 22 ທັນວາ 2017); 45 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຟຸທາງອາກາດ” (ເດືອນທັນວາ 1972 - ທັນວາ 2017); 50 ປີແຫ່ງການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີວອກ1986.

        ແລະກໍ່ໃນວັນດຽວກັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັນຈັດລາຍງານສະແດງສິລະປະ “ທະເລ, ໝູ່ເກາະ - ຫົວໃຈຫວຽດນາມ” ປີ 2017 ຢູ່ຮ່າໂນ້ຍ.

        ຢູ່ນະຄອນຫາຍຟ່ອງ, ພວມດຳເນີນງານວາງສະແດງຮູບພາບ, ປື້ມ, ວັດຖຸພັນ, ເອກະສານ “73 ປີ - ກອງທັບປະຊາຊົນຫວຽດນາມ ກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່” ແລະ ງານວາງສະແດງ “ໄຊຊະນະດ້ຽນບຽນຟຸ ທາງອາກາດ - ບົດເພງໄຊອະມະຕະ”.

ຕອບກັບ

ຂ່າວ/ບົດ​ອື່ນ