ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 75 ປີແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) - ວັນທີ 21 ທັນວາ, ພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການແຂ່ງຂັນແລ່ນມາລາທອນກຳລັງປະກອບອາວຸດ ແລະ ການແຂ່ງຂັນແລ່ນມາລາທອນເພື່ອສຸຂະພາບຂອງນັກຮຽນນະຄອນໂຮ່ຈີມິນ ສົກປີ 2019 – 2020. 
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ 75 ປີແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ການແຂ່ງຂັນແລ່ນມາລາທອນກຳລັງປະກອບອາວຸດນະຄອນໂຮ່ຈີມິນ (ພາບ: gov.vn)

ເຂົ້າຮ່ວມການແຂ່ງຂັນມີ 1.800 ຄົນລວມມີ ກ້ອນກຳລັງປະກອບອາວຸດ , ກ້ອນກຳລັງນັກຮຽນໃນບໍລິເວນນະຄອນ. ການເຄື່ອນໄວນີ້ເພື່ອແນໃສ່ ຕອບສະໜອງການສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 30 ປີ ແຫ່ງວັນທົ່ວປອງຊົນປ້ອງກັນຊາດ, 73 ປີ ແຫ່ງວັນທຳການທົ່ວປວງຊົນຕໍ່ຕ້ານ, 59 ປີ ແຫ່ງວັນສ້າງຕັ້ງແນວໂຮມຊົນຊາດປົດປ່ອຍທາງພາກໃຕ້ ຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ທົ່ວປວງຊົນນະຄອນ ໂຮ່ຈີມິນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຕາມແບບຢ່າງຂອງລຸງໂຮ່.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 20 ທັນວາ, ຢູ່ນະຄອນ ທ໊າຍງວຽນ, ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ທ໊າຍງວຽນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງງານວາງສະແດງ “ຜົນສຳເລັດໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ສ້າງກຳລັງປະກອບອາວຸດປະຊາຊົນ” ແລະ ງານຕະຫຼາດນັດ ຫວຽດບັກ 2019 ໂດຍມີການເຂົ້າຮ່ວມຂອງທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ.

        ງານວາງສະແດງ - ຕະຫຼາດນັດ ຫວຽດບັກ ໄດ້ດຶງດູດໄດ້ກົມກອງ, ວິສາຫະກິດ ພາຍໃນ ແລະ ນອກທະຫານ 160 ແຫ່ງ ເຂົ້າຮ່ວມດ້ວຍຮ້ານວາງຂາຍສິນຄ້າ 300 ຮ້ານ, ໃນນັ້ນ 160 ຮ້ານແມ່ນຂອງ 75 ກົມກອງ, ວິສາຫະກິດຂອງທະຫານ. ງານວາງສະແດງ - ຕະຫຼາດນັດ ຫວຽດບັກ 2019 ຈະແກ່ຍາວໄປຮອດວັນທີ 25 ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ