ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ  - ảnh 1
ການນຳພັກ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ
(ພາບ: http://nguyenphutrong.net)

(VOV World) ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (ຄື​ວັນ​ທີ 3/2/1930 – 3/2/2012),​ ຕອນ​ເຊົ້າ​ວັນ​ທີ 3/2, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​ຢ້ຽມ​ຂ່ຳນັບສຸສານ​ປະທານ​ໂຮ່ຈີ​ມິນ, ຜູ້​ສ້າງ​ຕັ້ງ, ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ນຳພາ​ພັກ​ກອມ​ມູນິດ​ຫວຽດນາມ.

​ເຂົ້າ​ຮ່ວມ​ການ​​ເຂົ້າ​ຢ້ຽມຂຳ​່ນັບ​ສຸສານ​ມີ​ ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ອະດີດ​ເລຂາທິການ​ໃຫຍ່​ພັກ​ອມມູນິດ​ຫວຽດນາມ ​ເລຂາ​ຟຽວ, ນົງ​ດຶກ​ແມ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ອະດີ​ດປະທານ​ປະ​ເທດ ​ເຈີ​ນດຶກ​ເລືອ​ງ, ທ່ານ​ນາ​ຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ທ່ານ​ອະດີ​ດປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ອານ, ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮິ​ວງດ໊າມ.​​.​.ໃນພວງມາລາ​ໄດ້​ສະຫຼັກ​ຄຳ​ວ່າ: “ຮູ້​ບຸນຄຸນ​ປະທານ​ໂຮ​່ຈີ​ມິນຜູ້​ຍິ່ງ​ໃຫຍ່​ຕະຫຼອດ​​ໄປ”.

ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 3/2, ຄະນະ​ຜູ້​ແທນ​ຄະນະພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການແນວ​ໂຮມປະ​ເທດ​ຊາດ​ນະຄອນ ຮ່າ​ໂນ້ຍ ​ໂດຍ​ທ່ານ ຟ້າ​ມກວາງ​ຫງີ້, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍນຳ​ໜ້າ, ​ໄດ້​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າຢ້ຽມ​ຂ່ຳນັບສຸສານ​ປະທານ ​ໂຮ່ຈີ​ມິນ. ຄະນະ​ກໍ່​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີບັນດາ​​ວິລະ​ຊົນ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຖະຫວາ​ຍທູບ​ທຽນ​ຢູ່​ອະນຸສາ​ວາລີ ອະດີດ​ເລຂາທິການ​ໃຫຍ່ພັກ​ກອມູນິດ​ຫວຽດນາມ ​ເຈີ່ນ​ຟູ໋, ​ເຈື່ອງ​ຈິງ, ​ເລ​ຢ໊ວນ.
                                              ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ  - ảnh 2                                     

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ແຂວງ ໄທງວນ
(ພາບ: nguyensinhhung.com)

ກໍ່​ໃນຕອນ​​ເຊົ້າ​ວັນ​ທີ 3/2, ຢູ່​ນະຄອນ ​ໄທ​ງວຽນ, ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່​ງວັນ​ສ້າງ​ຕັ້ງ​ພັກ​ກອມມູນິດ​ຫວຽດນາມ ​ແລະ ສະຫຼຸບ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ ປີ 2011. ກ່າວ​ຄຳ​ເຫັນ​ທີ່​ພິທີ​​ໂຮມ​ຊຸມ​ນຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ​ໄດ້​ຢັ້ງຢືນ​ວ່າ: ​ເມື່ອ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​​​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນປັນ​ຂີດ​ໝາຍບາດ​ລ້ຽວຂອງ​ການ​ປະຕິວັດ​ຫວຽດນາມ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ​ທີ່​ແສນ​ເຄົາລົບ​ຮັກ, ປະຊາຊົນ​ຫວຽດນາມ ​ສາມາດຍາດ​ໄດ້​ສັນຕິພາບ, ​ເສລີພາບ, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ​ແລະ ປະ​ຈຸ​ບັນ ພວມ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່, ສ້າງສາ​ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ, ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນນັບ​ມື້​ນັບ​ມີຄວາມ​ຜາ​ສຸກ, ອີ່ມໜຳ​ສຳລານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

“ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ມີ​ກຽດສະຫງ່າ​ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ທວບທວນຄືນ​ໄລຍະ​ທາງ​ທີ່​ສະຫງ່າ​ອົງອາດ​ຂອງ​ຊາດ​ຫວຽດນາມ ​ແລະ ຂອງ​ແຂວງ​ໄທ​ງວຽນ, ສືບ​ທອດ​ໃຫ້​ແກ່​ລຸ້ນຄົນຕໍ່​ໄປ​ກ່ຽວ​ກັບມູນ​ເຊື້ອ​ຮັກ​ຊາດ, ນ້ຳ​ໃຈ​ສາມັກຄີ, ອົງອາດ​ກ້າ​ແກ່ນ​, ບໍ່​ຍອມ​ຈຳນົນ​ໃນ​ການ​ຕໍ່​ສູ້, ດຸ​ໝັ່ນ​ຂະຫຍັນ​ພຽນ, ມີຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ. ​ແລະ​ການຮ່ຳຮຽນ​ເພື່ອ​ຫັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ນັ້ນ​ເປັນ​ກຳລັງ​ແຮງ, ​ເປັນ​ການ​ກະທຳ​ຂອງ​ແຕ່​ລະ​ອົງການ​ຈັດ​ຕັ້ງ​ພັກ, ພະນັກງານ, ສະມາ​ຊິກ​ພັກແຕ່​ລະ​ຄົນ ​ແລະ ປະຊາຊົນ​ໃນ​ແຂວງ​ສຸມ​ໃສ່ຜັນ​ຂະ​ຫຍາ​ຍປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ ພັກ​ກອມູນິດ​ຫວຽດນາມ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 18 ຢ່າງ​ມີ​ໄຊ, ​ເພື່ອນຳ​ແຂວງ​ໄທ​ງວນ ພັດທະນາໄວ​ກ່ວາ ​ແລະ ໝັ້ນຄົງ​ກ່ວາ”

ກ່​ອນໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາ ​ແລະ ​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ປູກ​ຕົ້ນ​ໄມ້​ຍາມຕົ້ນ​ລະດູບານ​ໃໝ່​ຢູ່ແຂວງ ​ໄທ​ງວຽນ.

ຢູ່​ບັນດາ​ແຂວງ​ພາກ​ກາງ​ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ. ຢູ່​ນະຄອນ ດ່າ​ໜັງ, ບັນດາ​ເມືອງ ​ໃນ​ບໍລິ​ເວນ​ນະຄອນ​ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສີ​ລະ​ປະວັນນະຄະດີສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ. ອົງຄະ​ນະ​ພັກ​ນະຄອນ ດ່າ​ໜັງ​ໄດ້​ຈັ້ງຕັ້ງ​ພິທີ​ມອບ​ເຄື່ອງ​ໝາຍ​ພັກ​ໃຫ້​ແກ່​ບັນດາ​ສະມາຊິກ​ພັກ​ທີ່ມີ​ການ​ເຄື່ອນ​ໄຫ​ວ​ໃນພັກ​ກ່ວາ 30 ປີ ຂຶ້ນ​ໄປ ຈຳນວນ​ກ່ວາກ່ວາ 1.500 ຄົນ. ​ສ່ວນ​ຢູ່​ແຂວງ ບິນ​ດິງ, ການ​ນຳ​ຄະນະພັກ​ແຂວງ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ໂຄສະນາ​ສຶກສາ​​ພັກ​​ແຂວງໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວດ້ານ​ວັດທະນະທຳ, ສິລະ​ປະ​ທີ່​ດີ​ເດັ່ນ​ຫຼາຍ​ຢ່າງ, ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວ​ມເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ທ່ານ ​ເລ​ກິມຕ່ວານ, ຫົວໜ້າ​ຄະນະ​ໂຄສະນາສຶກສາພັກ​ແຂວງ ບິນ​ດິງ ​ໃຫ້​ຮູ້​ວ່າ:

“​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມູນິດ​ຫວຽດນາມ, ​ແຂວງ​ໄດ້​​ແຕ່ງ​ຕັ້ງ​ບັນດາ​ຄະນະ​ໄປ​ຖະຫວາຍ​ທູບ​ທຽນ, ວາງ​ພວງມາລາ ຢູ່​ຫ້ອງ​ອະນຸສອນສະຖານໜ່ວຍພັກທຳອິດໄດ້ຮັບການສ້າງຕັ້ງຢູ່​ແຂ​ວງ ບິນ​ດິງ. ​ໄປ​ຄຽ​ງຄູ່​ກັນ​ນັ້ນ, ຄະ​ນະ​ພັກ​ແຂ​ວງ ກໍ່​ໄດ້​ຊີ້​ນຳ​ການ​ກວດກາ ​ເພິ່ມ​ເຕີມ​ບັນດາ​ມາດຕະຖານ​ດ້ານ​ຄຸນສົມບັດ​ຂອງ​ພະນັກງານ​ສະມາຊິກ​ພັກ”

ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 3/2, ຄະ​ນະ​ພັກ​ແຂວງ ກ໊ວາງ​ຫງາຍ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນກັບ ບັນດາ​ສະມາ​ຊິກ​ພັກ​ທີ່​ດີເດັ່ນ, ທວບທວນຄືນ​ໄລຍະ​ທາງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ​ເຕີບ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.
ກ່ອນໜ້ານັ້ນ,ຕອນ​ຄ່ຳ​ວັນ​ທີ 2/2 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສີ​ລະ​ປະ​ດົນຕີ​ພິ​ເສດ ​ໂດຍສະ​ເຫຼີ​ມ ສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມມູນິດ​ຫວຽດນາມ (ຄື​ວັນ​ທີ 3/2/1930 – 3/2/2012), ດ້ວຍ​ຫົວ​ຂໍ້​ວ່າ: ”​​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ​ກອມ​ມູນິດ​ຫວຽດນາມ​ຕະຫຼອດ​ໄປ”. ລາຍການ​ໄດ້​ທົບ​ທວນຄືນ​ບັນດາ ຂີດ​ໝາຍ​ແຫ່ງ ປະຫວັດ​ສາດອັນ​ສະຫງ່າ​ລາສີ​ຂອງ​ພັກ​ກອມມູນິດ​ຫວຽດນາມ, ໝາກຜົນ ​ແລະ ບຸ​ນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ທານ​ໂຮ່ຈີ​ມິນ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ, ນຳພາ​ການ​ປະຕິ​ວັດ​ຫວຽດນາມ​ຍາດ​ໄດ້​ໄຊຊະນະ​ນີ້ ຕະຫຼອດ​ມາ, ຍາດ​ໄດ້​ເອກະລາດມາ​ໃຫ້​ແກ່​ປະ​ເທດ​ຊາດ, ​ເສລີພາບ​ໃຫ້​ແກ່​ປະຊາຊົນ, ກໍ່ສ້າງ​ປະ​ເທດ​ຫວຽດນາມ​ສັງ​ຄົມ​ນິຍົມ​ຮັ່ງມີ​ເຂັ້ມ​ແຂງ, ສີວິ​ໄລ. ລາຍການ​ກໍ່​ມີ​ຄວາມ​ໝາຍ​ຢັ້ງຢືນ ​ແລະ ສັນລະ​ເສີນ​ບັນດາ​ຜົນງານ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ສົງຄາມ​ປະຕິບັດ​ກໍ່​ຄື​ຜົນງານທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ນີ້​ກໍ່​ແມ່ນ​ໂອກາດ​ສຶກສາອົບຮົມ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ປະຕິວັ​ດ, ປັບປຸງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ພະນັກງານ, ສະມາ​ຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ກ່ຽວ​ກັບ​ບົດ​ບາດນຳພາຂອງ​ພັກ​ທີ່​ມີ​ຕໍ່​ພາລະກິດ​ປະຕິ​ວັດ​ໃນ​ສະພາບ​ການໃໝ່, ມຸ້ງ​ໄປ​ເຖິງ​ຈຸດໝາຍ ”ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ, ສີວິ​ໄລ​”. ກ່າວຄຳ​ເຫັນ​ໄຂ​ລາຍການ, ທ່ານ ຫວູວັນ​ຟູກ, ບັນນາທິການ​ໃຫຍ່​ວາລະສານ ກອມ​ມູນິດ​ ຊີ້​ແຈງ​ວ່າ:

“ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຫວັດສາດ​ນັບ​ພັນ​ປີ​ຂອງ​​ຊາ​ດຫວຽດນາມ, ຕະຫຼອດ​ໄລຍະ 82 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ ນັບ​ມື້​ນັບ​ສົມເປັນ​ການ​ນຳ ​ແລະ ຈັດ​ຕັ້ງທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ, ​ແມ່ນ​ຜູ້ ຮັບ​ໃຊ້​ທີ່ຈົ່ງ​ຮັກ​ພັກດີ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ຫວຽດນາມ, ​ແມ່ນ​ນັກຮົບ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ສັດ​ຊື່​ບໍລິສຸດ, ​ເພື່ອ​ນມິດ​ທີ່​ບໍລິສຸດເມດ​ຕາ, ຜູກ​ຜ່ອງ ​ແລະ ປອງ​ດອງ. ຂອງ​ສະຫາຍ ​ແລະ ​ເພື່ອ​ນມິດສາ​ກົນ ​ແລະ ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ, ປະ​ເທດຫວຽດນາມ​ໄດ້​ຮຽ​ງບ່າ​ຮຽງ​ໄຫຼ່ກັບ​ບັນດາ​ປະ​ເທດ​ໃນ​ເວທີ​ສາກົນ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ​ແຕ່ລະຄົນ​ເຖິງ​ວ່າ​ຢູ່​ພາຍ​ໃນ ຫຼື ຕ່າງປະ​ເທດ​ກໍ່ຕາມ​ກໍ່ລ້ວນ​ແຕ່​ເອີ້ີນວ່າ: ພັກ​ກອມ​ມູນິດ​ຫວຽດນາມ ​​ແມ່ນ​ພັກ​ຂອງ​ເຮົາ”.

ຂ່າວ/ບົດ​ອື່ນ