ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 89 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ  - ảnh 1
ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ

(vovworld)- ສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925 – 21/6/2014). ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ບັນດາ​ອົງການ, ສຳນັກ​ສື່​ມວນ​ຊົນ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ສະມາຄົມ​ນັກ​ຂ່າວ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທ່ົວ​ປະ​ເທດ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ເຫດການສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ. ວັນ​ທີ 20/6, ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ບັນດາ​ອົງການ, ສຳນັກ​ສື່​ມວນ​ຊົນ​ຂັ້ນ​ສູນ​ກາງ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​​ເມື່ອ​​ຢ້ຽມຢາມ ​ແລະ ອວຍພອນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນຕໍ່​ບັນດາ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ຂອງ ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ສະ​ເໜີວິທະຍຸ​ກະຈາຍສຽງ​ ຫວຽດ ນາມຈົ່ງ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ມວນ​ຊົນ.

       ທີ່​ນະຄອນ ​ເກີນ​ເທີ,​ ວັນ​ທີ 21/6, ຄະນະ​ຊີ້​ນຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້, ສະມາຄົມ​ນັກ​ຂ່າວຫວຽດນາມ​ນະຄອນ​ເກີນ​ເທີ​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ເນື່ອງ​ໂອກາດ ສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ . ຢູ່​ແຂວງ​ເຫົ້າຢາງ ພ້ອມ​ກັບ​ການ ຈັດການ​ພົບ​ປະ​ສ້າງສັນ, ຈັດ​ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ປີ 2013-2014 ​ເນື່ອງ​ໂອກາດ ສະ​ເຫຼີ​ມສະຫຼອງ 89 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມນັ້ນ, ສະມາຄົມ​ນັກ​ຂ່າວຫວຽດນາມ ແຂວງ​ເຫົ້າຢາງ ຍັງ​ສົມທົບ​ກັບ ​ວິທະຍຸ​ກະຈາຍສຽງ​-​ໂທລະພາບແຂວງ​ເຫົ້າຢາງ ​ ຈັດ​ລາຍການ​ພົບ​ປະ​ແລກປ່ຽນ​ດ້ວຍ​ຫົວ​ເລື່ອງ : “ ນັກ​ຂ່າວ​ກັບ​ຄວາມ​ຮັກ​ເຂດ​ທະ​ເລ​ໝູ່​ເກາະ” ອີກ​ດ້ວຍ.

   ​ໃນ​ຕອນ​ຄ່ຳ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ, ກໍດຳ​​ເນີນພິທີ​ມອບລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013. ​ໃນ​ການມອບລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013, ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຮັບ 11 ລາງວັນ. ​ໃນ​ບັນດາ​ບົດ​ໜັງສືພິມ​ໄດ້​ຮັບ​ລາງວັນ​ຂອງ ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ນັ້ນ, ມີ 2 ລາງວັນ A ​ໃຫ້​ແກ່​ລາຍການ​ກະຈາຍສຽງ​ພິ​ເສດ “ 40 ປີ​ແຫ່ງ​ສັນຍາ​ປາຣີ, ຈຸດ​ຍອດ​ສູງ​ຂອງ​ໄຊຊະນະ​ທາງ​ການ​ທູດ​ຫວຽດນາມ ​ແລະ ບັນດາ​ບົດຮຽນ​ວາງ​ອອກ​​ໃນ​ສະພາບ​ການ​ໃໝ່ ” ​ແລະ ບົດ​ສາລະ​ຄະດີ​ທີ່​ພາດ​ຫົວ​ຂໍ້​ວ່າ “ ຊ່ອງ​ວ່າງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນນ້ຳ​​ໂດຍ​ສັງ​ເກດ​ຈາກ​ການ​ຕໍ່ສູ້​ຍາດ​ເອົາ​ນ້ຳ​ຢູ່​ພາກ​ກາງ”. 

ຂ່າວ/ບົດ​ອື່ນ