ບັນ​ດາ​ການ​ເຄື​່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ທີ 2 ກັນ​ຍາ

(VOVWORLD) -ຕອນຄ່ຳວັນທີ 1 ກັນຍາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດດ້ວຍຫົວຂໍ້ວ່າ: “ປະເທດຊາດບໍ່ມີວັນໃດງາມຄືແນວນັ້ນ”. ລາຍການໄດ້ນຳມາເຊິ່ງບັນດາອາລົມຈິດກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາບົດເພງທີ່ເດີນທາງຕາມວັນເວລາທີ່ສະຫງ່າອົງອາດຂອງປະເທດຊາດ.

ບັນ​ດາ​ການ​ເຄື​່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ທີ 2 ກັນ​ຍາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດ

(ພາບ: toquoc.vn) 

ໃນເວລາ 6 ໂມງເຊົ້າຂອງວັນທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ພິທີເຄົາລົບທຸງຊາດໄດ້ດຳເນີນໄປຢ່າງເຂັ້ມງວດ ໂດຍມີການເຂົ້າຮ່ວມຂອງ ປະຊາຊົນເປັນຈຳນວນຫຼວງຫຼາຍ. ໃນຊຸມວັນນີ້, ນັບແຕ່ຕອນເຊົ້າ ປະຊາຊົນຫວຽດນາມາຈາກທຸກແຖບຖິ່ນໃນທົ່ວປະເທດໄດ້ເຂົ້າສຸສານເພື່ອໄວ້ອາໄລປະທານໂຮ່ຈີມິນ.

        ຕອນຄ່ຳວັນທີ 1 ກັນຍາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະແດງສິລະປະພິເສດດ້ວຍຫົວຂໍ້ວ່າ: “ປະເທດຊາດບໍ່ມີວັນໃດງາມຄືແນວນັ້ນ”. ລາຍການໄດ້ນຳມາເຊິ່ງບັນດາອາລົມຈິດກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາບົດເພງທີ່ເດີນທາງຕາມວັນເວລາທີ່ສະຫງ່າອົງອາດຂອງປະເທດຊາດ.

        ແລະກໍ່ໃນວັນທີ 1 ກັນຍາ, ສູນສຳເນົາເອກະສານແຫ່ງຊາດ III ໄດ້ເປີດສະຫຼອງ ງານວາງສະແດງ “ທຸງຊາດ, ເພງຊາດ, ເຄື່ອງໝາຍແຫ່ງຊາດ: ສັນຍາລັກທີ່ມີຄວາມພາກພູມໃຈແຫ່ງຊາດ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ