ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ ວັນ​ແພດ​ໝໍ ຫວຽດ​ນາມ ວັນ​ທີ 27 ກຸມ​ພາ

(VOVWORLD) -ວັນທີ 27 ກຸມພາ ທຸກໆປີ ແມ່ນວັນຍ້ອງຍໍຊົມເຊີຍບັນດາແພດໝໍ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ປີນີ້ແມ່ນປີທີ່ແຕກຕ່າງກັບທຸກປີ ເມື່ອ ກະຊວງສາທາລະນະສຸກ ຫວຽດນາມ ກໍ່ຄື ຢູ່ທ້ອງຖິ່ນ, ໂຮງໝໍຫຼາຍແຫ່ງ ໄດ້ຢຸດຕິບັນດາການເຄື່ອນໄຫວ, ພິທີຍ້ອງຍໍຊົມເຊີຍແພດໝໍເພື່ອ ສຸມກຳລັງແຮງໃສ່ການປ້ອງກັນ, ຄວບຄຸມໂລກລະບາດ Covid – 19.
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມ​ສະຫຼອງ ວັນ​ແພດ​ໝໍ ຫວຽດ​ນາມ ວັນ​ທີ 27 ກຸມ​ພາ - ảnh 1ອົງຄະນະພັກ ແຂວງກ໋ວາງນິງ ໄດ້ມີການພົບປະ, ລະດົມກຳລັງໃຈໃຫ້ແກ່ພະນັກງານ, ແພດໝໍດີເດັ່ນຂະແໜງສາທາລະນະສຸກ (ພາບ: baoquangninh.com.vn

ແຕ່ບໍ່ແມ່ນວ່າ ພວກເຮົາຫຼົງລືມຄຸນງາມຄວາມດີຂອງ ນັກຮົບນຸ່ງເສື້ອສີຂາວ, ໂດຍແມ່ນຜູ້ທີ່ລຳບາກກາກກຳ ໃນການຮັບມື, ຕ້ານໂລກລະບາດ Covid – 19 ເວົ້າສະເພາະ ແລະ ບັນດາໂລກລະບາດອື່ນໆເວົ້າລວມ.

        ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ກັບ ກົມເສນາຮັກ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວັນລິກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ກົມເສນາຮັກໃນການປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ພິເສດແມ່ນໃນວຽກງານເປັນເສນາທິການ ແລະ ປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດ Covid – 19. ເມື່ອ ສົ່ງຄຳອວຍພອນໄປຍັງ ຖັນແຖວແພດໝໍ, ພະນັກງານ, ພາລະກອນໃນກົມເສນາຮັກ ແລະ ລະບົບໂຮງໝໍ, ໂຮງຮຽນການທະຫານເນື່ອງໃນວັນແພດໝໍ ຫວຽດນາມ, ທ່ານ ພົນເອກ ໂງຊວັນລິກ ໃສ່ໃຈວ່າ ວຽກງານປ້ອງກັນຄວບຄຸມໂລກລະບາດ Covid ຕ້ອງເອົາໃຈໃສ່ເປັນພິເສດເຖິງການປະຕິບັດຢ່າງມີປະສິດທິຜົນ, ດ້ວຍຄວາມຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປ. ທ່ານໃຫ້ຮູ້ວ່າ:

        ບໍ່ວ່າໃນສະພາບການໃດ, ກອງທັບຍາມໃດກໍ່ຕ້ອງນຳໜ້າ ເພື່ອພ້ອມກັບລະບົບການເມືອງປະຕິບັດການຄວບຄຸມ ໂລກລະບາດ Covid . ຜ່ານບັນດາການປະຕິບັດທີ່ຜ່ານມາ ແລະ ໜ້າທີ່ຈະມາເຖິງ ຂອງ ບັນດາພະນັກງານໃນຂະແໜງການແພດ, ບັນດາກຳລັງປະຕິບັດໜ້າທີ່ພ້ອມກັບທົ່ວລະບົບການເມືອງເພື່ອ ຄວບຄຸມ, ຮັບມືກັບໂລກລະບາດ Covid ນີ້, ພວກເຮົາຄວນເຮັດໃຫ້ທາດແທ້ຄຸນສົມບັດຂອງທະຫານລຸງໂຮ່ໂດດເດັ່ນຂຶ້ນໃນສະພາບການປັດຈຸບັນ.

        ຕອນບ່າຍວັນທີ 26 ກຸມພາ, ອົງຄະນະພັກ ແຂວງກ໋ວາງນິງ ໄດ້ມີການພົບປະ, ລະດົມກຳລັງໃຈໃຫ້ແກ່ພະນັກງານ, ແພດໝໍດີເດັ່ນຂະແໜງສາທາລະນະສຸກ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງວັນແພດໝໍ ຫວຽດນາມ. ທີ່ການພົບປະ, ທ່ານ ຫງວຽນຊວັນກີ໊, ເລຂາທິການອົງຄະນະພັກແຂວງ ກ໋ວາງນິງ ໄດ້ຍ້ອງຍໍຊົມເຊີຍ, ອວຍພອນຖັນແຖວພະນັກງານ, ແພດໝໍ, ພະນັກງານຂະແໜງ ສາທາລະນະສຸກແຂວງກ໋ວາງນິງ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ, ແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງບັນດາແພດໝໍພວມປະສົບໜ້າໃນການຄວບຄຸມໂລກລະບາດ Covid – 19 ຢູ່ແນວໜ້າ. ບັນດາຄວາມມານະພະຍາຍາມຂອງ ຖັນແຖວແພດໝໍເປັນຕົ້ນແມ່ນ ໃນວຽກງານການແພດປ້ອງກັນ ຢູ່ຮາກຖານ, ພະຍາດຕິດຕໍ່ ແລະ ປິ່ນປົວ ໄດ້ຊ່ວຍໃຫ້ແຂວງກ໋ວາງນິງ ເປັນເຈົ້າການໃນການປ້ອງກັນ, ຄວບຄຸມໂລກລະບາດ ນັບແຕ່ກ່ອນມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ