ບັນດາການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ການ​ເມືອງ
(ພາບ: baomoi.com)

(​vovworld) – ​ ​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014), ຕອນ​ເຊົ້າ​ວັນ​ທີ 15/12, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ຄູ​ສອນ, ນັກ​ສຶກ​ສາ, ພາ​ລະ​ກອນ, ນັກ​ຮ​ົບ​ສະຖາ​ບັນ​ການ​ເມືອງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ເຊື່ອ​ໝັ້ນ​ວ່າ: ດ້ວຍ​ມູ​ນ​ເຊື້ອຂອງ​ຕົນ, ສະ​ຖາ​ບັນ​ການ​ເມືອງ ຈະ​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່ບ​ັນ​ລຸ​ໄດ້​ຢ່າງ​ແຮງ, ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ບຳ​ລ​ຸງ​ສ້າງ, ຝຶກ​ອົບ​ຮົມ​ພະ​ນັກ​ງານ, ສ້າງ​ສະ​ຖາ​ບັນ​ໃຫ້ກາຍ​ເປັນ​ສູນ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ເມືອງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ສັງ​ຄົມ, ມະ​ນຸດ​ສາດ​ຂອງກອງ​ທັບ​ ແລະ ຂອງ​ປະ​ເທດ​ຊ​າດ.

        ແຕ່​ວັນ​ທີ 15 – 30/12, ຫໍ​ສະ​ໝຸດແຫ່ງ​ຊາດ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້: “ປະ​ຫວັດ​ສາດກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ”. ງານ​ວາງ​ສະ​ແດງ​ໄດ້​ວາງ​ສະ​ແດງ​ເອກ​ສານ​ດີ​ເດັ່ນ​ກ່ຽວ​ກັບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຜ່ານ​ໄລ​ຍະ​ຕ່າງໆ​ກ່​ວາ 500 ສະ​ບັບ.

        ໃນ​ຂະ​ນະ​ນັ້ນ, ໃນ​ສັບ​ປະ​ດາສາຍຮູບເງົາ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ກໍ່ຖືກຈັດ​ຕັ້ງ​ຢູ່​ບັນ​ດາ​ທ້ອງ​ຖີ່ນ​ໃນ​ທົ່ວ​ປະ​ເທດ​ໃນ​ລະ​ຫວ່າງວັນ​ທີ 22 – 28/12.

 

 

 

ຂ່າວ/ບົດ​ອື່ນ