ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 02 ກັນຍາ ຄົບຮອບ 78 ປີ ຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2023), ບັນດາອົງການການທູດ ຫວຽດນາມ ຢູ່ຫຼາຍປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງນີ້ຂຶ້ນຢ່າງສົມກຽດ.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 02 ກັນຍາ ຄົບຮອບ 78 ປີ ຢູ່ພາຍໃນ ແລະ ຕ່າງປະເທດ - ảnh 1(ພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈີມິນ)

   ຕອນບ່າຍວັນທີ 31 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ໄດ້ສົມທົບກັບອຳນາດການປົກຄອງນະຄອນ Montreuil ຈັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreau (ນະຄອນ Montreuil). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິງຕວານທັງ ເນັ້ນໜັກວ່າ:

     ນັບແຕ່ຕົ້ນປີນີ້, ມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຂຶ້ນ ເພື່ອສະເຫຼີມສະຫຼອງບັນດາເຫດການສຳຄັນພິເສດ, ຄື: ບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນຂໍ້ຕົກລົງ ປາຣີ ເຊິ່ງໄດ້ຈັດຂຶ້ນໃນເດືອນ ມັງກອນ, ກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຝະລັ່ງ ຄັ້ງທີ 12 ເຊິ່ງໄດ້ຈັດຂຶ້ນໃນເດືອນ ເມສາ ຜ່ານມາຢູ່ ຮ່າໂນ້ຍ, ຫຼາຍເຫດການວັດທະນະທຳອື່ນໆກໍ່ໄດ້ດຳເນີນໄປຄືການຢ້ຽມຢາມ ແລະ ແລກປ່ຽນຂອງທັງ 2 ຝ່າຍຫຼາຍ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີການພົວພັນຢ່າງແທດຈິງລະຫວ່າງ 2 ປະເທດ.

            ຢູ່ນະຄອນຫຼວງ Praha, ສ.ເຊັກໂກ, ຕອນຄ່ຳວັນທີ 31 ສິງຫາ, ສະຖານທູດຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 02 ກັນຍາ, ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນປະມານ 500 ທ່ານ. ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຮັບຊົມດົນຕີພື້ນເມືອງ, ວັດທະນະທຳ, ຮັບປະທານອາຫານການກິນຂອງ ຫວຽດນາມ; ຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ ກໍ່ຄືບັນດາເອກະສານປະຫວັດສາດກ່ຽວກັບ ການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ຜ່ານແຕ່ລະໄລຍະ.

            ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ສິງຫາ, ຢູ່ນະຄອນຫຼວງ Colombo, ສະຖານທູດຫວຽດນາມ ປະຈຳ ສີລັງກາ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ 02 ກັນຍາ ຂຶ້ນຢ່າງສົມກຽດເຊັ່ນດຽວກັນ.

          ສ່ວນຢູ່ຫວຽດນາມ, ໃນຕອນເຊົ້າວັນທີ 01 ກັນຍາ, ຢູ່ເຂດປູຊະນີຍະສະຖານຮ່ວາງແທ່ງທັງລອງ (ພະລາຊະວັງ ທັງລອງ), ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ແລະ ສະໂມສອນ ດິ່ງລ່າງຫວຽດ ຈັດລາຍການ “ຊຸດເສື້ອຍາວເຊື່ອມຕໍ່ການທ່ອງທ່ຽວ ແລະ ມໍລະດົກ ຮ່າໂນ້ຍ” ຄັ້ງທີ 1 ປີ 2023. ນີ້ກໍ່ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 78 ປີ ແຫ່ງວັນການປະຕິວັດ ເດືອນ ສິງຫາ ແລະ ວັນຊາດທີ 02 ກັນຍາ, ພ້ອມທັງແມ່ນການເຄື່ອນໄຫວ ເປີດສາກໃຫ້ບັນດາການເຄື່ອນໄຫວໃນຂອບເຂດລາຍການ “ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2023”.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ 02 ກັນຍາ ຄົບຮອບ 78 ປີ ຢູ່ພາຍໃນ ແລະ ຕ່າງປະເທດ - ảnh 2ບຸນເຕັດເອກະລາດ
(ພາບ: TTXVN)

          ກ່ອນໜ້ານັ້ນ, ຢູ່ແຂວງ ລາຍເຈົາ ກໍ່ໄດ້ໄຂລາຍການສະແດງສິລະປະສະເຫຼີມສະຫຼອງບຸນເຕັດເອກະລາດ, ວັນບຸນວັດທະນະທຳ ແລະ ກິລາບັນດາເຜົ່າ, ສັບປະດາວັດທະນະທຳ - ທ່ອງທ່ຽວ 2023.

   ສ່ວນຢູ່ແຂວງ ເບນແຈ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ໄດ້ຈັດລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ທວນໄຟເຍືອງທາງ” ເພື່ອເພີ່ມພູນຄູນສ້າງຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຮັກຊາດ; ຢືນຢັນຄຸນຄ່າທີ່ໃຫຍ່ຫຼວງຂອງວັດທະນະທຳ, ສິລະປະຕໍ່ບັນດາເສັ້ນທາງອັນສະຫງ່າອົງອາດຂອງການປະຕິວັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ