ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ

(VOVWORLD) -ວັນທີ 2 ທັນວາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ ເງະອານ, ພິທີຊຸມນຸມມິດຕິງສະເຫຼີມສະຫຼອງວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ຊຶ່ງມີການເຂົ້າຮ່ວມຂອງອະດີດນັກອາສາສະໝັກ, ຜູ້ຊ່ຽວຊານການທະຫານຫວຽດນາມໄປຊ່ວຍເຫຼືອລາວ, ບັນດານັກຮົບຕຳຫຼວດ, ທະຫານ, ຊາວໜຸ່ມ, ນັກຮຽນ, ນັກສຶກສາເປັນຈຳນວນຫຼວງຫຼາຍ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ - ảnh 1 ພິທີສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ

ທ່ານພັນເອກ ວີໂຕ້ດີ້ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງ ເງະອານແບ່ງປັນວ່າ : 

     “ຜ່ານພິທີຊຸມນຸມມິດຕິງສະເຫຼີມສະຫຼອງຖືກຈັດຂຶ້ນໃນແຕ່ລະປີ ເພື່ອສືບຕໍ່ໂຄສະນາ ສຶກສາໃຫ້ຄົນລຸ່ນໜຸ່ມ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຊຶ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້, ທັງນີ້ກໍເພື່ອໃຫ້ພວກເຮົາເສີມສ້າງນ້ຳໃຈສາມັກຄີ ມິດຕະພາບ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ”

    ຕອນບ່າຍວັນດຽວກັນ, ຢູ່ໂຮງຮຽນຕ່າງໆໃນບໍລິເວນນະຄອນວີງ ກໍລ້ວນແຕ່ຈັດຕັ້ງລາຍການພົບປະແລກປ່ຽນ ສະແດງສິລະປະ ເພື່ອຂ່ຳນັບຊົມເຊີຍວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ. ນ້ອງ ພອນທອງ ທອງມະນີ ສັງກັດມະຫາວິທະຍາໄລສ້າງຄູເຕັກນິກວີງ ເວົ້າວ່າ :

    “ ມື້ນີ້ນ້ອງຕື້ນຕັນໃຈຫຼາຍ ເພາະວ່າໄດ້ຕ້ອນຮັບວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີຢູ່ດິນແດນນະຄອນວີງ, ນ້ອງຮູ້ສຶກປຽບເໝືອນຢູ່ບ້ານເກີດເມືອງນອນຂອງຕົນ. ນ້ອງໝັ້ນໝາຍ ຈະພະຍາຍາມຮຽນໃຫ້ເກັ່ງ ເພື່ອໃນພາຍພາກໜ້າຈະສ້າງສາປະເທດລາວໃຫ້ຮັ່ງມີ ສວຍງາມ, ກໍ່ສ້າງສາຍພົວພັນລາວ-ຫວຽດ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ”   

ຕອບກັບ

ຂ່າວ/ບົດ​ອື່ນ