ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນພາສາຝະລັ່ງສາກົນຢູ່ຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນພາສາຝະລັ່ງສາກົນຢູ່ຫວຽດນາມ - ảnh 1
(ພາບປະກອບ)

Vovworld- ວັນທີ 20/3, ພ້ອມກັບຜູ້ນຳໃຊ້ພາສາຝະລັ່ງປະມານ 220 ລ້ານຄົນໃນທົ່ວໂລກນັ້ນ, ຫວຽດນາມໄດ້ຈັດຕັ້ງຫຼາຍເຫດການສະ​ເຫຼີ​ມສະຫຼອງ​ວັນພາສາຝະລັ່ງສາກົນ ເພື່ອເຊີດຊູພາສາທີ່ສຳຄັນນີ້, ພ້ອມທັງຢືນຢັນນ້ຳໃຈສ າມັກຄີ, ພ້ອມກັບບັນດາປະເທດ ຊຸກຍູ້ພະລັງຊີວິດຢ່າງແຂງແຮງ ແລະ ຄວາມມີ ຫຼາຍຮູບຫຼາຍສີຂອງພາສາຝະລັ່ງ.

    ຕອນຄ່ຳວັນທີ 20/3, ພິທີສະ​ເຫຼີ​ມສະຫຼອງ​ວັນພາສາຝະລັ່ງສາກົນໄດ້ຖືກ ຈັດຂຶ້ນຢ່າງເປັນທາງການ ຢູ່ຮ່າໂນ້ຍ ໂດຍມີການຮ່ວມມືຂອງຫ້ອງການພາກພື້ນ ອາຊີ-ປາຊີ​ຟິກ, ອົງການພາສາຝະລັ່ງສາກົນ​ປະຈຳ​ຫວຽດນາມ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ ຕະຫຼາດ​ວຽກ​ເຮັດ​ງານ​ທຳ​ກ່ຽວ​ກັບພາສາຝະລັ່ງ​ຢູ່​ຫວຽດນາມ-ສິ່ງ​ທ້າ​ທາຍ ​ແລະ ​ແງ່​ຫວັງ ” ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ Anissa Barrak ຜູ້ອຳນວຍການຫ້ອງການພາກພື້ນ-ອົງການພາສາຝະລັ່ງ ​ໄດ້​ຕີ​ລາ​ຄາສູງຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້ ​ແລະ ຖື​ວ່າ​ນີ້​ແມ່ນ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ລະອຽດ​ເພື່ອ​ໃຫ້​ພາສາ​ຝະລັ່ງ​ນັບ​ມື້​ນັບ​ມີ​ພະລັງ​ຊີວິດ​ແບບ​ຍືນ​ຍົງ​ໃນ​ປະຊາ​ຄົມ. ທ່ານ ຫງວຽນ​ຫງອກ​ເຊີນ ຜູ້​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຜູ້​ຕ່າງ​ໜ້າ​ຫວຽດນາມ​ປະຈຳອົງການພາສາຝະລັ່ງສາກົນ​​ໄດ້​ເນັ້ນ​ໜັກ​ວ່າ :

    “ ບັນຫາ​ວຽກ​ເຮັດ​ງານ​ທຳຂອງ​ຊາວ​ໜຸ່ມ​ເວົ້າ​ລວມ ​ແລະ ຊາວ​ໜຸ່ມ​ໃຊ້ພາສາຝະລັ່ງ​ເວົ້າ​ສະ​ເພາະ, ​ແມ່ນ​ບໍ່​ພຽງ​ແຕ່​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່ ຊາວ​ໜຸ່ມ​ໃຊ້ພາສາຝະລັ່ງ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ສິ່ງ​ທ້າ​ທາຍ​ພວມ​ປະສົບ​ຢູ່​ຫວຽດນາມ​ໃນ​ການ​ແກ້​ໄຂ ວຽກ​ເຮັດ​ງານ​ທຳ​ແກ່ຊາວ​ໜຸ່ມ​ ​ແລະ ວາງທິດ​ທາງ​ແກ້​ໄຂ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ” 

ຕອບກັບ

ຂ່າວ/ບົດ​ອື່ນ