ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສິນໃນນ້ຳ ຫວຽດນາມ (1 ເມສາ)

(VOVWORLD) - ຕອນເຊົ້າວັນທີ 1 ເມສາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ພ້ອມກັບບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ປ່ອຍສັດນ້ຳລົງແມ່ນ້ຳ ໄຊ່ງ່ອນ ເພື່ອຟື້ນຟູແຫຼ່ງສິນໃນນ້ຳເພື່ອປົກປັກຮັກສາສິ່ງແວດລ້ອມ.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສິນໃນນ້ຳ ຫວຽດນາມ (1 ເມສາ) - ảnh 1ຫຼາຍທ້ອງຖິ່ນຕອບສະໜອງວັນສິນໃນນ້ຳ ຫວຽດນາມ
(ພາບ:Nguyễn Quang/VOV)

ວັນທີ 1 ເມສາ, ຢູ່ຫຼາຍທ້ອງຖິ່ນໄດ້ຈັດໃຫ້ມີການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອຂະແໜງສິນໃນນ້ຳ ຫວຽດນາມ (1/4/1959 – 1/4/2024).

        ຕອນເຊົ້າວັນທີ 1 ເມສາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ພ້ອມກັບບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ປ່ອຍສັດນ້ຳລົງແມ່ນ້ຳ ໄຊ່ງ່ອນ ເພື່ອຟື້ນຟູແຫຼ່ງສິນໃນນ້ຳເພື່ອປົກປັກຮັກສາສິ່ງແວດລ້ອມ.

        ຢູ່ແຂວງ ຊອກຈັງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດໄດ້ປ່ອຍກຸ້ງມັງກອນພັນຫຼາຍກ່ວາ 2 ລ້ານໂຕອອກສູ່ທຳມະຊາດ. ຢູ່ແຂວງ ກ່າເມົາ, ພັນກຸ້ງ, ປູ, ປາພັນຫຼາຍກ່ວາ 2 ລ້ານໂຕໄດ້ປ່ອຍລົງທະເລເພື່ອສ້າງແຫຼ່ງສິນໃນນ້ຳ.

          ໃນຂະນະນັ້ນ, ຢູ່ແຂວງ ກ໋ວາງນິງ, ຕອນເຊົ້າວັນທີ 1 ເມສາ, ໄດ້ຈັດກອງປະຊຸມ “ພັດທະການລ້ຽງປູກໃນທະເລແບບຍືນຍົງ”. ດ້ວຍຄວາມຫວັງນຳການລ້ຽງປູກຢູ່ ທະເລ ຫວຽດນາມ ບື່ນຕົວຂຶ້ນໃນລະດັບພາກພື້ນ ແລະ ໂລກ, ບັນດາບົດຄຳເຫັນທີ່ກອງປະຊຸມໄດ້ສຸມໃສ່ຕີລາຄາກ່ຽວກັບສະພາບຕົວຈິງຂອງການລ້ຽງປູກຢູ່ທະເລຂອງ ຫວຽດນາມ ກໍ່ຄືໃນໂລກ ມຸ່ງໄປເຖິງເປົ້າໝາຍພັດທະນາຂະແໜງສິນໃນນ້ຳສີຂຽວເວົ້າລວມ ແລະ ຂະແໜງລ້ຽງປູກຢູ່ທະເລແບບຍືນຍົງເວົ້າສະເພາະ.

        ກ່ອນນີ້ 65 ປີ, ວັນທີ 1 ເມສາ 1959, ປະທານ ໂຮ່ຈີມິນ ໄດ້ຢ້ຽມຢາມໝູ່ບ້ານລ້ຽງປາ ໃນເມືອງ ກາດຫາຍ, ນະຄອນ ຫາຍຟ່ອງ. ເພື່ອຈົດຈຳເຫດການນີ້, ນາຍົກລັດຖະມົນຕີ ໄດ້ຕັດສິນໃຈຖືເອົາວັນທີ 1 ເມສາ ແຕ່ລະປີແມ່ນວັນມູນເຊື້ອຂອງຂະແໜງສິນໃນນ້ຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ