ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ປີ 2020

(VOVWORLD) -ນັບແຕ່ປີ 1961 – 1971 ກອງທັບອາເມລິກາ ໄດ້ດຳເນີນເກືອບ 20.000 ຖ້ຽວບິນ, ຫວ່ານທາດພິດເຄມີເກືອບ 80 ລ້ານລິດ, ໃນນັ້ນ 61% ແມ່ນທາດພິດສີສົ້ມລົງໃສ່ບັນດາເຂດດິນແດນຂອງຫວຽດນາມ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ປີ 2020 - ảnh 1 ຜູ້ແທນເຂົ້າຮ່ວມໂອ້ລົມທົນທະນາ

(ພາບ: qdnd.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ (10 ສິງຫາ), ຕອນຄ່ຳວັນທີ 09 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ ໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດງານວາງສະແດງທາງອອນລາຍ ແລະ ການໂອ້ລົມທົນທະນາດ້ວຍຫົວຂໍ້ “ຄວາມມຸ່ງຫວັງບືນຕົວຂຶ້ນ”.

        ຕາມຕົວເລກສະຖິຕິຂອງກະຊວງປ້ອງກັນປະເທດອາເມລິກາ ແລ້ວ, ນັບແຕ່ປີ 1961 – 1971 ກອງທັບອາເມລິກາ ໄດ້ດຳເນີນເກືອບ 20.000 ຖ້ຽວບິນ, ຫວ່ານທາດພິດເຄມີເກືອບ 80 ລ້ານລິດ, ໃນນັ້ນ 61% ແມ່ນທາດພິດສີສົ້ມລົງໃສ່ບັນດາເຂດດິນແດນຂອງຫວຽດນາມ, ເຮັດໃຫ້ປະຊາຊົນຫວຽດນາມ 4,8 ລ້ານຄົນຖືກປະສົບເຄາະຮ້າຍຈາກທາດພິດ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສຸຂະພາບ ແລະ ກໍ່ຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງໃຫ້ແກ່ສັງຄົມ. ໃນຊຸມປີຜ່ານມາ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີພາຍຫຼັງສົງຄາມບັນລຸໄດ້ຜົນງານຫຼາຍຢ່າງ. ເປັນຄັ້ງທຳອິດ ຫວຽດນາມ ໄດ້ລົງນາມກັບ ອົງການພັດທະນາສາກົນອາເມລິກາ ໃນຂໍ້ຕົກລົງຊ່ວຍເຫຼືອລ້າຂອບຂະໜາດໃຫຍ່ໃຫ້ແກ່ໂຄງການໜູນຊ່ວຍຄົນພິການຫວຽດນາມ ຢູ່ບັນດາແຂວງຖືກຫວ່ານທາດພິສີສົ້ນດີໂອຊິນ ດ້ວຍຈຳນວນເງິນ 65 ລ້ານ USD.  

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ຕິດທາດພິດສີສົ້ມດີໂອຊິນຫວຽດນາມ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າຫວັງວ່າ, ພັກ, ລັດ, ອຳນາການປົກຄອງທຸກຂັ້ນ ແລະ ທັງລະບົບການເມືອງຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ໄດ້ດຳລົງຊີວິດປົກກະຕິ ແລະ ເຊື່ອມຕົວເຂົ້າກັບປະຊາຄົມ. ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ, ຂ້າພະເຈົ້າຮຽກຮ້ອງໃຫ້ ບັນດາສ່ວນບຸກຄົນ, ອົງການຈັດຕັ້ງສາກົນ ໃນນັ້ນມີລັດຖະບານ ແລະ ປະຊາຊົນອາເມລິກາ, ສືບຕໍ່ມີຄວາມຮັບຜິດຊອບເພື່ອຮັບປະກັນໃຫ້ປະຊາຊົນຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ນສຳລັບມະນຸດ ແລະ ສິ່ງແວດລ້ອມ”.

        ກໍ່ເນື່ອງໃນໂອກາດນີ້, ງານວາງສະແດງ “ຄວາມມຸ່ງຫວັງບືນຕົວຂຶ້ນ” ກໍ່ຈະໄດ້ຮັບການຈັດຕັ້ງທາງອອນລາຍຜ່ານເວັບໄຊ trienlamdacam.vn ໃນລະຫວ່າງວັນທີ 09 ສິງຫາ - 09 ຕຸລາ 2020 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ