ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງ 109 ປີແຫ່ງວັນແມ່ຍິງສາກົນ (08/03), ຕອນເຊົ້າວັນທີ 07 ມີນາ, ທີ່ນະຄອນ ກອນຕຸມ, ສະຫະພັນແມ່ຍິງແຂວງ ກອນຕຸມ ໄດ້ຈັດຕັ້ງວັນແມ່ຍິງເລີ່ມຕົ້ນທຸລະກິດ 2019 ດ້ວຍຜູ້ແທນກ່ວາ 300 ຄົນເປັນເອື້ອຍນ້ອງແມ່ຍິງທີ່ພວມມີແນວຄວາມຄິດເລີ່ມຕົ້ນທຸລະກິດ.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03 - ảnh 1 ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ 08/03 (ພາບ: (laodong.vn)

ດ້ວຍຫົວຂໍ້ວ່າ “ແມ່ຍິງ ກອນຕຸມ ແລະ ອະນາຄົດຂອງພື້ນຖານເສດຖະກິດຂຽວ”, ໃນວັນແມ່ຍິງເລີ່ມຕົ້ນທຸລະກິດປີ 2019, ສະຫະພັນແມ່ຍິງແຂວງ ກອນຕຸມ ໄດ້ມອບເງິນໜູນຊ່ວຍແມ່ຍິງ 550 ລ້ານດົ່ງ ເພື່ອປະຕິບັດ 7/14 ແນວຄວາມຄິດເລີ່ມຕົ້ນທຸລະກິດໃຫ້ປະກົດຜົນເປັນຈິງ. ທ່ານນາງ ເຈິ່ນທິຟອງລານ, ຮອງປະທານສະຫະພັນແມ່ຍິງແຂວງ ກອນຕຸມ ໃຫ້ຮູ້ວ່າ:

        ວັນແມ່ຍິງເລີ່ມຕົ້ນທຸລະກິດແມ່ນໂອກາດເພື່ອໃຫ້ບັນດາສະມາຊິກສະຫະພັນແມ່ຍິງທີ່ມີແນວຄວາມຄິດເລີ່ມຕົ້ນທຸລະກິດໄດ້ພົວພັນແລກປ່ຽນ, ຖອນຖອນ ແລະ ແບ່ງປັນບົດຮຽນໃນວິວັດການເລີ່ມຕົ້ນທຸລະກິດຂອງຕົນ. ນີ້ກໍ່ແມ່ນໂອກາດເພື່ອເຊື່ອມຕໍ່, ຮຽກຮ້ອງບັນດາອົງການ, ວິສາຫະກິດໜູນຊ່ວຍໃຫ້ບັນດາແນວຄວາມຄິດເລີ່ມຕົ້ນທຸລະກິດຂອງແມ່ຍິງ .

        ກ່ອນໜ້ານັ້ນ, ວັນທີ 06 ມີນາ, ສະຫະພັນແຮງງານແຂວງ ອຽນບ໊າຍ, ແຂວງ ອານຢາງ ກໍ່ຈັດຕັ້ງການພົວພັນແລກປ່ຽນ, ພົບປະສັງສັນ, ຍ້ອງຍໍຊົມເຊີຍບັນດາພະນັກງານກຳມະບານຍິງທີ່ດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ