ບັນດາການເຄື່ອນໄຫວອວຍພອນວັນບຸນວິສາຂະບູຊາ - ພສ 2562 ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຕອນຄ່ຳວັນທີ 27 ພຶດສະພາ, ທີ່ວັດ ຫວຽດນາມກວກຕື້, ຄະນະວັດທະນະທຳອົງການພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ຈັດຕັັ້ງລາຍການດົນຕີ “ແປວໄຟສັກສິດທີ່ເປັນອະມະຕະ” ອວຍພອນວັນບຸນວິສາຂະບູຊາ ພສ 2562 ປີ 2018.
ບັນດາການເຄື່ອນໄຫວອວຍພອນວັນບຸນວິສາຂະບູຊາ - ພສ 2562 ຢູ່ນະຄອນ ໂຮ່ຈີມິນ - ảnh 1ລາຍການສິລະປະ ອວຍພອນວັນບຸນວິສາຂະບູຊາ - ພສ 2562

ນີ້ແມ່ນເຫດການທີ່ນອນໃນບັນດາການເຄື່ອນໄຫວວັດທະນະທຳແຫ່ງຈິດວິນຍານໃນສັບປະດາວັດທະນະທຳພຸດທະສາສະໜາປີ 2018 ອວຍພອນວັນບຸນວິສາຂະບູຊາ ແລະ ມຸ່ງໄປເຖິງວັນບຸນອາໄລຫາ 55 ປີແຫ່ງວັນພະພິກຂຸ ທິກກວາງດຶກ ຈຸດເຜົາຕົນເອງເພື່ອຄັດຄ້ານການປາບປາມພຸດທະສາສະໜາ (11/06/1963 – 11/05/2018).

        ສັບປະດາວັນບຸນວິສາຂະບູຊາ ພສ 2562 ຢູ່ນະຄອນ ໂຮ່ຈີມິນ ດຳເນີນແຕ່ວັນທີ 22 ພຶດສະພາ ຫາວັນທີ 29 ພຶດສະພາ ດ້ວຍບັນດາການເຄື່ອນໄຫວຄື: ສົງພະຕາມຮີດຄອງປະເພນີວັນບຸນວິສາຂະບູຊາ; ຈັດຕັ້ງການມອບຂອງຂວັນ 1000 ພູດ ໃຫ້ບັນດາຄອບຄົວທີ່ທຸກຍາກໃນບໍລິເວນເມືອງ 10; ຖະຫວາຍທູບທຽນຢູ່ອະນຸສາວະລີພະພິກຂຸ ທິກກວາງດຶກ, ອະນຸສາວະລີ ປະທານ ໂຮ່ຈີມິນ, ອະນຸສາວະລີ ແກວັກທິຈາງ…

ຕອບກັບ

ຂ່າວ/ບົດ​ອື່ນ