ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562

(VOVWORLD) -ວັນທີ 22 ພຶດສະພາ, ຄະນະປະຕິບັດງານກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ນຳໜ້າຄະນະຜູ້ແທນ ໄປຢ້ຽມຢາມ ແລະ ອວຍພອນສະມາຄົມພຸດທະສາສະໜາຫວຽດນາມ ແລະ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ, ພສ 2562

ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562 - ảnh 1ທ່ານຮອງລັດຖະມົນຕີບຸຍວັນນາມມອບດອກໄມ້ອວຍພອນາສະມາຄົມພຸດທະສາສະໜາຫວຽດນາມ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ, ພສ 2562

(ພາບ: cand.vn)

ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ສະມາຄົມພຸດທະສາສະໜາຫວຽດນາມ ທີ່ມີຕໍ່ກັບພາລະກິດການປະຕິວັດຂອງຊາດເວົ້າລວມ, ຕໍ່ກັບກຳລັງຕຳຫຼວດປະຊາຊົນເວົ້າສະເພາະ. ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາຫວຽດນາມ  ແລະ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ສືບຕໍ່ສວມບົດບາດສຳຄັນໃນກຸ່ມມະຫາສາມັກຄີຂອງຊາດ, ຕັ້ງໜ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ປະກອບສ່ວນສ້າງສາປະເທດຊາດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ.

        ແລະກໍໃນວັນດຽວກັນ, ຄະນະການນຳ ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນມາມ ແຂວງຫວິງລອງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງຫວິງລອງ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ