ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນມໍລະດົກວັດທະນະທຳຫວຽດນາມ 23 ພະຈິກ

(VOVWORLD) -ຕອນເຊົ້າວັນທີ 23 ພະຈິກ, ຢູ່ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ໄດ້ຈັດງານວາງສະແດງ “ພະລາດຊະວັງທັງລອງ ຜ່ານແມ່ພິມສາໄໝລາດຊະວົງຫງວຽນ - ມໍລະດົກເອກະສານໂລກ”

ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນມໍລະດົກວັດທະນະທຳຫວຽດນາມ 23 ພະຈິກ - ảnh 1 ງານວາງສະແດງ “ພະລາດຊະວັງທັງລອງ ຜ່ານແມ່ພິມສາໄໝລາດຊະວົງຫງວຽນ - ມໍລະດົກເອກະສານໂລກ”

(ພາບ: baovanhoa.vn)

ໄດ້ແນະນຳເຖິງມະຫາຊົນກວ່າ 60 ພາບຖ່າຍ, ເອກະສານ, ວັດຖຸພັນໃນກຸ່ມເອກະສານແມ່ພິມສະໄໝລາດຂະວົງຫງວຽນ (1802 - 1945) ທີ່ໄດ້ຄວັດກ່ຽວກັບວິວັດທະນາການກໍ່ສ້າງ, ຂອບຂະໜາດ, ໂຄງສ້າງຂອງພະລາດຊະວັງທັງລອງ ກໍຄືເຂດພະລາຊະວັງທັງລອງ ໃນປະຫວັດສາດ.

ແລະກໍ່ໃນຕອນບ່າຍວັນທີ 22 ພະຈິກ, ເປັນຄັ້ງທຳອິດທີ່ 13 ມໍລະກົດລະດັບຊາດພິເສດໄດ້ນຳສະເໜີຕໍ່ມະຫາຊົນນະຄອນຫຼວງ ໃນງານວາງສະແດງທີ່ມີຊື່ວ່າ “ມໍລະດົກລະດັບຊາດພິເສດຢູ່ຮ່າໂນ້ຍ” ເຊິ່ງດຳເນີນຢູ່ຫໍພິພິຕະພັນຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມໍລະດົກຫວຽດນາມ 23 ພະຈິກ. ງານວາງສະແດງໄດ້ນຳສະເໜເອກະສານ, ວັດຖຸພັນ ີກວ່າ 100 ຢ່າງກ່ຽວກັບ 13 ມໍລະດົກຮ່າໂນ້ຍ ເຊິ່ງນາຍົກລັດຖະມົນຕີ ຈັດເຂົ້າໃນບັນຊີມໍລະດົກລະດັບຊາດພິເສດຄື: ຮວ່າງແທ່ງທັງລອງ (ພະລາດຊະວັງ ທັງລອງ), ວັນມຽວ - ກວັກຕືຢາມ (ມະຫາວິທະຍາໄລທຳອິດຢູ່ຫວຽດນາມ), ໜອງຮ່ວານກຽມ - ວິຫານ ຫງອັກເຊີນ, ວິຫານ ຟູ່ດົງ… ຜ່ານງານວາງສະແດງ, ມະຫາຊົນຈະມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າສະຖາປັດຕະຍາກຳ, ວັດທະນະທຳ, ປະຫວັດສາດ, ເຂດຂຸດຄົ້ນບູຮານຄະດີຂອງບັນດາມໍລະດົກພິເສດ, ຍົກສູງສະຕິປົກປັກຮັກສາມໍລະດົກ.

        ແລະກໍ່ໃນຕອນບ່າຍວັນທີ 22 ພະຈິກ, ຫໍພິພິຕະພັນວິຈິດສິນດ່ານັ້ງ ໄດ້ສົມທົບກັບບັນດານັກສະສົມຢູ່ດ່ານັ້ງ ແລະ ເຂດພາກກາງ ຈັດວາງວາງສະແດງ “ຄວາມງາມຂອງເຄື່ອງປັ້ນດິນເຜົາໃນເມື່ອກ່ອນ”. ໃນງານໄດ້ສະແດງ, ແນະນຳເຖິງມະຫາຊົນ ເຄື່ອງປັ້ນດິນເຜົາ 100 ຢ່າງຄື: ໂຖ; ຈານ ຈູເດົ້າ, ຮູບປັ້ນດິນເຜົາ… ງານວາງສະແດງນີ້ຈະເປີດປະຕູຮອດວັນທີ 28 ພະຈິກ, ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ