ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ

(VOVWORLD) -ວັນທີ 15 ພຶດສະພາ, ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງພິທີໄຂງານວາງສະແດງ ດ້ວຍຫົວຂໍ້ວ່າ “ບັນດາແບບຢ່າງທີ່ລຽບງ່າຍ ແຕ່ສູງສົ່ງ” ຄັ້ງທີ 6 ຢູ່ຫໍພິພິທະພັນ ໂຮ່ຈີມິນ. ຜ່ານບັນດາຮູບພາບ, ບົດຂຽນ, ຄະນະຈັດຕັ້ງໄດ້ແນະນຳເຖິງຜູ້ຊົມ 128 ແບບຢ່າງດີເດັ່ນມີຄວາມກ້າວໜ້າຢູ່ບັນດາອົງການ, ຫົວໜ່ວຍ ແລະທ້ອງຖິ່ນ.

ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ - ảnh 1ທ່ານຫວໍວັນເຖືອງ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບບັນດາຜູ້ແທນຊົມງານວາງສະແດງ

(ພາບ:Thanh Tung/TTXVN)

ທີ່ງານວາງສະແດງໄດ້ວາງສະແດງ ເກືອບ 300 ຮູບພາບ, ບົດຂຽນທີ່ມີເນື້ອໃນສະແດງໃຫ້ເຫັນເຖິງການສຶກສາຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງທ່ານປະທານໂຮ່ຈີມິນ ໂດຍພັກ, ລັດ ປຸກລະດົມ ພາຍຫຼັງ ທ່ານປະທ່ານໂຮ່ຈີມິນ ເຖິງແກ່ມໍລະນະກຳ ດ້ວຍຂະບວນການແຂ່ງຂັນ “ດຳລົງຊີວິດ, ຕໍ່ສູ້, ອອກແຮງງານ ແລະ ສຶກສາຮ່ຳຮຽນຕາມແບບຢ່າງຂອງທ່ານປະທານໂຮ່ຈີມິນຜູ້ຍິ່ງໃຫຍ່” ເຊິ່ງຈະໄດ້ເປີດປະຕູຕ້ອນຮັບແຂກມາຊົມຮອດທ້າຍເດືອນ ກັນຍາ 2018, ທີ່ຫໍພິພິທະພັນ ໂຮ່ຈີມິນ, ບາດິງ, ຮ່າໂນ້ຍ.

        ແລະກໍໃນວັນດຽວກັນ, ງານວາງສະແດງ “ປະທານໂຮ່ຈີມິນ - ນັກວິລະຊົນຜູ້ປົດປ່ອຍຊາດ, ນັກວັດທະນະທຳຜູ້ຍິ່ງໃຫຍ່” ກໍຖືກໄຂຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍ ຮວ່າງກັວກຫວຽດ, ເມືອງຫວໍຍາຍ, ແຂວງທ໋າຍງວຽນ, ປະເທດຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ