ບັນດາການເຄື່ອນໄຫວເບິ່ງແຍງດູແລກະກຽມໃຫ້ຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນປີໃໝ່ປີຈໍ

(VOVWORLD) -ບຸນເຕັດປະຈຳຊາດປີຈໍ 2018, ແຂວງ ເຮົ້າຢາງ ໄດ້ຈັດຕັັ້ງງານພົບປະສັງສັນ, ຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນເກືອບ 77.000 ພູດໃຫ້ກ່ວາ 24.000 ຄອບຄົວທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ບັນດາເປົ້າໝາຍສັງຄົມອື່ນໆ ລວມມູນຄ່າ 40 ຕື້ດົ່ງທີ່ຫັກຈາກແຫຼ່ງງົບປະມານຂອງສູນກາງ ແລະ ແຂວງ.
ບັນດາການເຄື່ອນໄຫວເບິ່ງແຍງດູແລກະກຽມໃຫ້ຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນປີໃໝ່ປີຈໍ - ảnh 1 ບັນດາການເຄື່ອນໄຫວເບິ່ງແຍງດູແລກະກຽມໃຫ້ຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນປີໃໝ່ປີຈໍ

ພ້ອມກັນນັ້ນ ແຂວງ ເຮົ້າຢາງ ຍັງຄົງຂົນຂວາຍບັນດາອົງການ, ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງແຂວງສະໜັບສະໜູນລາຍການ    “ບຸນເຕັດເພື່ອຄົນທຸກຍາກ” ດ້ວຍຈຳນວນເງິນເກືອບ 4 ຕື້ດົ່ງ ແລະ ຂອງຂັວນກ່ວາ 8000 ພູດ.

        ແຂວງ ບ່າເຣຍ-ຫວູງເຕົ່າ ໄດ້ນຳໃຊ້ຈຳນວນເງິນກ່ວາ 40 ຕື້ດົ່ງ ເພື່ອໃຊ້ຈ່າຍໃນການກະກຽມບຸນເຕັດໃຫ້ບັນດາເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກໃນບໍລິເວນ. ນອກນັ້ນ ບັນດາຜູ້ໃຈບຸນໃຈກຸສົນໃນແຂວງ ໄດ້ມອບຂອງຂວັນບຸນເຕັດກ່ວາ 4.560 ພູດ ດ້ວຍຍອດມູນຄ່າກ່ວາ 1,5 ຕື້ດົ່ງ ເພື່ອກະກຽມບຸນເຕັດໃຫ້ຄົນທຸກຍາກ. ປ້າ ຟ້າມທິກືງ ສູນລ້ຽງດູຜູ້ສູງອາຍຸທີ່ໂດດດ່ຽວ ເມືອງ ລອງດ່ຽນ ໄດ້ຮັບຂອງຂວັນບຸນເຕັດແບ່ງປັນວ່າ:

        ບຸນເຕັດ, ລະດູບານໃໝ່ວຽນມາ ພວກຂ້າພະເຈົ້າໄດ້ຮັບຂອງຂວັນຈາກພັກ, ລັດ ແລະ ບັນດາຜູ້ໃຈບຸນໃຈກຸສົນ ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນ, ທັງຮູ້ສຶກໄດ້ວ່າ ຕົນເອງໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມຫລາຍກ່ວາເກົ່າ. ພວກຂ້າພະເຈົ້າໄດ້ຮັບຂອງຂວັນ 3 ພູດຈາກແຂວງ, ນະຄອນ ແລະ ເມືອງ.

        ວັນທີ 11 ກຸມພາ, ການນຳແຂວງ ລອງອານ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດໃຫ້ບັນດາກຳລັງປະກອບອາວຸດທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນ.

        ແລະກໍ່ໃນຕອນຄ່ຳຂອງວັນດຽວກັນ, ແຂວງ ຮ່າຕິງ ກໍ່ໄດ້ຈັດຕັ້ງງານພົບປະສັງສັນກັບພໍ່ແມ່ປະຊາຊົນທີ່ອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນປີໃໝ່ປະຈຳຊາດ. ປັດຈຸບັນ ຮ່າຕິງ ມີປະມານ 52.000 ຄົນພວມທຳມາຫາກິນ, ດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ