ບັນດາ​ການ​ເຄື່ອນ​ໄຫວ​​ເບິ່ງ​ແຍງ​ດູ​ແລພໍ່​ແມ່​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ

(VOVWORLD) -  ວັນທີ 8 ມັງກອນ, ທ່ານ ເຈິ່ນແທັງເໝິນ, ປະທານ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຜູ້ແທນ ໄດ້ລົງໄປຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 250 ພຸດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງລ້າງເຊີນຂອງຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີຊວດ 2020.
ບັນດາ​ການ​ເຄື່ອນ​ໄຫວ​​ເບິ່ງ​ແຍງ​ດູ​ແລພໍ່​ແມ່​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ແຫ່ງ​ຕ່າງໆ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ - ảnh 1 ທ່ານ ເຈິ່ນແທັງເໝິນ, ປະທານ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງລ້າງເຊີນ

ເນື່ອງໃນໂອກາດນີ້, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ກໍໄດ້ຈັດຕັ້ງລາຍການ “ບຸນເຕັດ ເພື່ອຜູ້ປະສົບເຄາະຮ້າຍທາດພິດສີສົ້ມຫວຽດນາມ” ຄັ້ງທີ 2 ແລະ ໃນລະຫວ່າງວັນທີ 1 – 12 ມັງກອນ ສະມາຄົມດັ່ງກ່າວ ກໍໄດ້ສົມທົບກັບຄະນະຈັດຕັ້ງໄປຢ້ຽມຢາມມອບຂອງຂວັນໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ 13 ແຂວງ, ນະຄອນ.

  ສ່ວນຢູ່ແຂວງກວ໋າງນາມ, ຄອບຄົວເປົ້າໝາຍນະໂຍບາຍ, ທະຫານເສຍອົງຄະ, ທະຫານເຈັບເປັນ, ແມ່່ຫວຽດນາມວິລະຊົນ, ຜູ້ທຸກຍາກ ແລະ ບັນດາເປົ້າໝາຍໄດ້ຮັບການໜູນຊ່ວຍຈາກສັງຄົມ ກວ່າ 130.000 ຄົນ ໄດ້ຮັບຂອງຂວັນປີໝ່. ນອກຈາກນັ້ນ ຍັງມີຫຼາຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອກໍ່ສ້າງເຮືອນໃໝ່ສໍາເລັດອີກດ້ວຍ. ເອື້ອຍ ຟ້າມທິຮວາ, ຢູ່ຕາແສງ ຢຸຍຈູງ, ເມືອງຢຸຍຊວຽນ ເຊິ່ງເປັນຜູ້ໄດ້ຮັບການຊ່ວຍເຫຼືອເງິນ 100 ລ້ານດົ່ງ (ປະມານ 4.300 USD) ຈາກຄະນະກໍາມະການເມືອງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ເພື່ອກໍ່ສ້າງເຮືອນຫຼັງໃໝ່ແບບຖາວອນ ແບ່ງປັນວ່າ:

        “ເງື່ອນໄຂຂອງຄອບຄົວຂ້າພະເຈົ້າທຸກຍາກຫຼາຍ, ໂດຍໄດ້ຮັບຄວາມເອົາໃຈໃສ່ ຈາກລັດ ສະໜັບສະໜູນປຸກສ້າງເຮືອນຫຼັງໃໝ່ທີ່ສວຍງາມ. ບຸນເຕັດປີນີ້, ຂ້າພະເຈົ້າໄດ້ຢູ່ເຮືອນຫຼັງໃໝ່, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ບໍ່ຕ້ອງເປັນຫ່ວງເປັນໄຍຄືເມື່ອກ່ອນອີກແລ້ວ. ບໍ່ພຽງແຕ່ເທົ່ານັ້ນ, ຂ້າພະເຈົ້າຍັງໄດ້ຮັບຂອງຂວັນຕື່ມອີກ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ”.

        ໃນຂະນະນັ້ນ, ຢູ່ແຂວງດ່າໜັງກໍໄດ້ຈັດຕັ້ງການເຄື່ອນໄຫວຢື້ຢາມຖາມຂ່່າວ ແລະ ມອບຂອງຂວັນປີໃໝ່ໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວ ເຊ່ັນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ