ບັນດາການເຄື່ອນໄຫວເບິ່ງແຍງຜູ້ປະສົບກັບຄວາມຫຍຸ້ງຍາກ

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ຢູ່ນະຄອນຕາກີ່, ຄະນະກຳມະການປະຊາຊົນແຂວງກວາງນາມ ແລະ ສະຫະພັນໃຫຍ່ແຮງງານຫວຽດນາມໄດ້ສົມທົບກັນຈັດພິທີໄຂລາຍການ “ຕະຫຼາດບຸນເຕັດກຳມະບານປີ 2023” 
ບັນດາການເຄື່ອນໄຫວເບິ່ງແຍງຜູ້ປະສົບກັບຄວາມຫຍຸ້ງຍາກ - ảnh 1ຢູ່ແຂວງກວາງນິງ ກໍມີຮ້ານຄ້າຫຼາຍກ່ວາ 90 ຮ້ານ, ການບໍລິການທີ່ຈຳເປັນດ້ວຍລາຄາບຸລິມະສິດ

    ນີ້ແມ່ນທ້ອງຖິ່ນທຳອິດໃນຈຳນວນ 22 ແຂວງ, ນະຄອນໃນທົ່ວປະເທດໄດ້ຈັດລາຍການ“ຕະຫຼາດບຸນເຕັດກຳມະບານປີ 2023” ໂດຍ ສະຫະພັນໃຫຍ່ແຮງງານຫວຽດນາມສົມທົບກັນປະຕິບັດ.ໃນ 3 ວັນດຳເນີນລາຍການ ແຕ່ວັນທີ 23 ຫາ 25 ທັນວາ, ສະຫະພັນໃຫຍ່ແຮງງານຫວຽດນາມໄດ້ມອບໃບຊື້ສິນຄ້າຫຼຸດລາຕາ 250 ໃບ ແລະ ມອບຂອງຂວັນ 500 ພູດ ເນື່ອງໃນໂອກາດບຸນເຕັດໃຫ້ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໄພທຳມະຊາດ, ໂລກລະບາດ…ທີ່ລາຍການ“ຕະຫຼາດບຸນເຕັດກຳມະບານປີ 2023” ຢູ່ແຂວງກວາງນິງ ກໍມີຮ້ານຄ້າຫຼາຍກ່ວາ 90 ຮ້ານ, ການບໍລິການທີ່ຈຳເປັນດ້ວຍລາຄາບຸລິມະສິດ, ຮ້ານຄ້າບໍ່ຄິດຄ່າໃຫ້ສະມາຊິກກຳມະບານ ແລະ ຜູ້ອອກແຮງງານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟານວັນແອງ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມໄດ້ຢືນຢັນວ່າ : “ ຊຸມປີທີ່ຜ່ານມາ, ສະຫະພັນໃຫຍ່ແຮງງານຫວຽດນາມເຄີຍຈັດລາຍການຕ້ອນຮັບບຸນເຕັດຢ່າງເປັນປະຈຳ, ດ້ວຍຫຼາຍຮູບແບບ ທີ່ມີກຳລັງແຜ່ກະຈາຍຢ່າງກ້ວາງຂວາງ. ຜ່ານນັ້ນກໍສະແດງໃຫ້ເຫັນນ້ຳໃຈຂອງພັກ, ລັດທີີ່ມີຕໍ່ຜູ້ອອກແຮງງານ, ຊົນຊັ້ນກຳມະກອນ. ນີ້ແມ່ນກຳລັງທີ່ພວມມີການປະກອບສ່ວນຢ່າງສຳຄັນເຂົ້າໃນຂະບວນການກໍ່ສ້າງ ແລະ ພັດທະນາປະເທດຊາດ”

 ໃນວັນດຽວກັນຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນລາຍການ “ບຸນເຕັດແຫ່ງສາຍຈິດມິດໃຈ ປີແມວ 2023” ເພື່ອລະດົມແຫຼ່ງກຳລັງໃນສັງຄົມ ເບິ່ງແຍງສະມາຊິກສະມາຄົມຊາວກະສີກອນໃນໂອກາດບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ