ບັນ​ດາ​ການ​ເຄ​ື​່ອນ​ໄຫວ​ເພື່​ອຕອບ​ສະ​ໜອງວັນ​ໂລກ​​ປອດ​ຢາສູບ 31 ພຶດ​ສະ​ພາ

(VOVWORLD) - ກະຊວງສາທາລະນະສຸກປາດຖະໜາຢາກຝາກສານເຖິງບັນດາຜູ້ທີ່ພວມສູບຢາວ່າ ຈົ່ງເຊົາສູບຢານັບແຕ່ມື້ນີ້. ເຊົາສູບຢາໄວແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອສະກັດກັ້ນແລະ ເຮັດໃຫ້ການຂະຫຍາຍເຊື້ອພະຍາດທີ່ເກີດຈາກການສູບຢາຊ້າລົງ."
ບັນ​ດາ​ການ​ເຄ​ື​່ອນ​ໄຫວ​ເພື່​ອຕອບ​ສະ​ໜອງວັນ​ໂລກ​​ປອດ​ຢາສູບ 31 ພຶດ​ສະ​ພາ - ảnh 1 ປະຊາຊົນຕອບສະໜອງພິທີຂຸມນຸມມິດຕິງວັນໂລກປອດຢາສູບຢ່າງສຸດອົກສຸດໃຈ

ວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ກອງທຶນປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບຂຶ້ນກັບກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ມິດຕິງ ເພື່ອຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາປອດຢາສູບ ແຫ່ງຊາດໃນລະຫວ່າງວັນທີ 25 – 31 ພຶດສະພາດ້ວຍຫົວຂໍ້ວ່າ “ຢາສູບ ແລະ ບັນດາພະຍາດກ່ຽວກັບປອດ”.

        ກ່າວຄຳເຫັນທີ່ພິທີ, ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕຽນ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຊີ້ນຳເພີ່ມທະວີການປະຕິບັດກົດໝາຍປ້ອງກັນ ແລະ ຕ້ານຜົນຮ້າຍຂອງຢາສູບ ແລະ ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງເພື່ອຕອບສະໜອງວັນໂລກປອດຢາສູບ , ພ້ອມທັງຮຽກຮ້ອງໃຫ້ທຸກຄົນເຊົາສູບຢາເພື່ອສຸຂະພາບຂອງທຸກຄົນ, ຄອບຄົວ ແລະ ປະຊາຄົມ

        "ກະຊວງສາທາລະນະສຸກປາດຖະໜາຢາກຝາກສານເຖິງບັນດາຜູ້ທີ່ພວມສູບຢາວ່າ ຈົ່ງເຊົາສູບຢານັບແຕ່ມື້ນີ້. ເຊົາສູບຢາໄວແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອສະກັດກັ້ນແລະ ເຮັດໃຫ້ການຂະຫຍາຍເຊື້ອພະຍາດທີ່ເກີດຈາກການສູບຢາຊ້າລົງ. ພວກເຮົາຈົ່ງຮ່ວມມືກັນ, ພ້ອມກັນສ້າງຊີວິດທີ່ບໍ່ມີຄວັນຢາສູບເພື່ອຮັກສາສຸຂະພາບ ໃຫ້ແກ່ຕົວເອງ, ໃຫ້ແກ່ຄອບຄົວ ແລະ ໃຫ້ແກ່ປະຊາຄົມ."

        ແລະກໍ່ໃນວັນດຽກກັນ, ຢູ່ແຂວງນີງບີງກໍ່ດຳເນີນພິທີໂຮມຊຸມນຸມມິດຕິງຕອບສະໜອງວັນໂລກປອດຢາສູບ ແລະ ສັບປະດາປອດຢາສູບ ແຫ່ງຊາດ.     

ຕອບກັບ

ຂ່າວ/ບົດ​ອື່ນ