ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງສະ​ເຫຼີມ​ສະຫຼອງວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 97 ປີ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ກຳລັງສື່ມວນຊົນໃນທົ່ວປະເທດ, ສືບຕໍ່  ໃຫ້ຂ່າວ ແລະ ບົດເປັນຈຳນວນຫຼາຍດ້ວຍຄວາມສັດຊື່ບໍລິສຸດ, ທັນການຕໍ່ບັນດາການຜັນແປທີ່ສຳຄັນໃນຊີວິດການເມືອງ, ເສດຖະກິດ, ສັງຄົມ, ສ້າງເວັບໄຊ ແລະ ລາຍການສະເພາະເພື່ອໃຫ້ນັກຂ່າວ, ຜູ້ຮ່ວມງານ ແລະ ປະຊາຊົນຕັ້ງໜ້າປະກອບຄຳເຫັນ.
ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງສະ​ເຫຼີມ​ສະຫຼອງວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 97 ປີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ບັນດາອົງການສື່ມວນຊົນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 97 ປີ (21/6/1925 – 21/6/2022), ວັນທີ 20 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ກ່າວຄຳເຫັນທີ່ການພົບປະກັບບັນດາອົງການສື່ມວນຊົນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍກຳລັງສື່ມວນຊົນທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ອັນຕະລາຍຢູ່ແນວໜ້າຕ້ານໂລກລະບາດໂຄວິດ - 19. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ກຳລັງສື່ມວນຊົນໃນທົ່ວປະເທດ, ສືບຕໍ່  ໃຫ້ຂ່າວ ແລະ ບົດເປັນຈຳນວນຫຼາຍດ້ວຍຄວາມສັດຊື່ບໍລິສຸດ, ທັນການຕໍ່ບັນດາການຜັນແປທີ່ສຳຄັນໃນຊີວິດການເມືອງ, ເສດຖະກິດ, ສັງຄົມ, ສ້າງເວັບໄຊ ແລະ ລາຍການສະເພາະເພື່ອໃຫ້ນັກຂ່າວ, ຜູ້ຮ່ວມງານ ແລະ ປະຊາຊົນຕັ້ງໜ້າປະກອບຄຳເຫັນ.

ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງສະ​ເຫຼີມ​ສະຫຼອງວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 97 ປີ - ảnh 2ພິທີປຸກລະດົມຂະບວນການແຂ່ງຂັນ “ສ້າງສະພາບແວດລ້ອມວັດທະນະທຳໃນອົງການສື່ມວນຊົນ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 100 ປີ.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ, ໜັງສືພິມປະຊາຊົນ ໄດ້ສົມທົບກັນຈັດພິທີປຸກລະດົມຂະບວນການແຂ່ງຂັນ “ສ້າງສະພາບແວດລ້ອມວັດທະນະທຳໃນອົງການສື່ມວນຊົນ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 100 ປີ). ນອກຈາກນັ້ນແລ້ວ, ຢູ່ ທ້ອງຖິ່ນຕ່າງໆກໍໄດ້ຈັດງານພົບປະ ແລະ ມອບລາງວັນສື່ມວນຊົນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ