ບັນດາການເຄື່ອນໄຫວແທດຈິງຫລາຍຢ່າງໃນເດືອນຊາວໜຸ່ມ 2019

(VOVWORLD) - ວັນທີ 28 ກຸມພາ, ຄະນະຊາວໜຸ່ມແຂວງ ຊອກຈັງ ໄດ້ຈັດຕັ້ງການເຄື່ອນໄຫວປະຕິບັດເດືອນຊາວໜຸ່ມ ມີນາ 2019 ດ້ວຍການເຂົ້າຮ່ວມຂອງສະມາຊິກຄະນະຊາວໜຸ່ມກ່ວາ 1.000 ຄົນ.
ບັນດາການເຄື່ອນໄຫວແທດຈິງຫລາຍຢ່າງໃນເດືອນຊາວໜຸ່ມ 2019 - ảnh 1ພາບປະກອບ / tienphong.vn 

ພາຍຫລັງພິທີເປີດຂະບວນການເຄື່ອນໄຫວ, ສະມາຊິກຊາວໜຸ່ມ, ຊາວໜຸ່ມກ່ວາ 1000 ຄົນ ໄດ້ລົງເຂດຊົນນະບົດ, ບ່ອນທີ່ມີພໍ່ແມ່ປະຊາຊົນຊົນເຜົ່າສ່ວຍໜ້ອຍດຳລົງຊີວິດ, ອາສາສະໝັກປະຕິບັດການເກັບຂີ້ເຫຍື້ອແຄມຝັ່ງທະເລ, ບໍລິຈາກເລືອດມະນຸດສະທຳ, ໜູນຊ່ວຍຄົນທຸກຍາກ, ປູກຕົ້ນໄມ້ເພື່ອຮູ້ບຸນຄຸນລຸງໂຮ່, ປະຕິບັດການປະຕິຮູບບໍລິຫານ, ມອບທຶນການສຶກສາໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງ…

        ຢູ່ໂຮງຮຽນມັດທະຍົນຕອນປາຍ ຕຽນລື໋, ເມືອງ ຕຽນລື໋, ຄະນະຊາວໜຸ່ມແຂວງ ຮຶງອຽນ ໄດ້ຈັດຕັ້ງການເຄື່ອນໄຫວເດືອນຊາວໜຸ່ມ 2019 ດ້ວຍຫົວຂໍ້ວ່າ: “ໄວໜຸ່ມ ຮຶງອຽນ ອາສາສະໝັກເພື່ອວົງຄະນະຍາດ” ແລະ ປຸກລະດົມການປູກຕົ້ນໄມ້ລະດູບານໃໝ່ປີກຸນ 2019. ນອກນັ້ນ, ຄະນະຊາວໜຸ່ມແຂວງ ຮຶງອຽນ  ກໍ່ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍຊີວິດສັງຄົມຄື: ຈັດຕັ້ງບັນດາການເຄື່ອນໄຫວກວດພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ