ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ໃນ​ເດືອນ​ຊາວ​ໜຸ່ມ

(VOVWORLD) -ໃນເດືອນມີນາ - ເດືອນຊາວໜຸ່ມ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການຄະນະຊາວໜຸ່ມຂັ້ນຮາກຖານ ພວມຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງ ໂດຍສະແດງໃຫ້ເຫັນຈິດໃຈຕະລຸມບອນ ແລະ ປະດິດຄິດສ້າງ ຂອງຊາວໜຸ່ມນະຄອນ.
ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ໃນ​ເດືອນ​ຊາວ​ໜຸ່ມ - ảnh 1ຊາວໜຸ່ມທຳຄວາມສະອາດຢູ່ເຂດຊຸມຊົນ

ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ໃນເດືອນຊາວໜຸ່ມປີນີ້, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ປຸກລະດົມຖັນແຖວ “ຄູສອນນຸ່ງເສື້ອຟ້າ” ເພື່ອລະດົມສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມເຂົ້າຮວ່ມການສອນໃຫ້ແກ່ລູກຫຼານຂອງ ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ເອື້ອຍເລຮົ່ງຫ໋າວ, ຫົວໜ້າຖັນແຖວ ຄູສອນນຸ່ງເສື້ອຟ້າ ຂອງຄະນະຊາວໜຸ່ມນະຄອນໂຮ່ຈີມິນແບ່ງປັນວ່າ:

        ຈຸດໃໝ່ໃນການເຄື່ອນໄຫວຂອງ ຖັນແຖວ “ຄູສອນນຸ່ງເສື້ອຟ້າ” ໃນເດືອນຊາວໜຸ່ມ 2021 ແມ່ນການຜັນຂະຫຍາຍການສອນທາງອອນລາຍ ເພື່ອແນໃສ່ຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ. ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ, ປອດໄພ ແລະ ຈຳເປັນຈາກຜ້າອັດປາກ - ດັງ, ຢາລ້າງມືຂ້າເຊື້ອ ແລະ ການແຈ້ງອາການສຸຂະພາບ, ພວກຂ້າພະເຈົ້າໄດ້ກຽມພ້ອມການເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີຄວາມໝາຍໃນເດືອນຊາວໜຸ່ມ. ຜ່ານບັນດາການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍນີ້ ພວກຂ້າພະເຈົ້າຢາກແຜ່ຂະຫຍາຍໂຄງການ ແລະ ດຶງດູດໄດ້ການເຂົ້າຮ່ວມຂອງສະມາຊິກຄະນະຊາວໜຸ່ມຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ