ບັນດາການເຄື່ອນໄຫວໃນຂອບເຂດ Festival ດອກໄມ້ ດາລາດ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ

(VOVWORLD) - ເພື່ອຮັບໃຊ້ຄວາມຕ້ອງການອັນໃຫຍ່ຫຼວງຂອງປະຊາຊົນເຂົ້າຮ່ວມ, ເຂົາເຈົ້າໄດ້ເອົາມີເຫຼົ້າແວງປະມານ 700 ລິດບົ່ມໃນຖັງໄມ້ ກ່ອນນິ້ໜຶ່ງປີ.
 
ບັນດາການເຄື່ອນໄຫວໃນຂອບເຂດ Festival ດອກໄມ້ ດາລາດ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ - ảnh 1 ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 24 ທັນວາ, ໂດຍນອນໃນບັນດາເຫດການຂອງ Festival ດອກໄມ້ ດາລາດ ຄັ້ງທີ 7 ປີ 2017, “ຄ່ຳຄືນເຫຼົ້າແວງ ດາລາດ” ມີລົດຊາດທີ່ເປັນເອກະລັກສະເພາະຂອງ ດາລາດ ໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວ ນັບພັນຄົນ.

        ເພື່ອຮັບໃຊ້ຄວາມຕ້ອງການອັນໃຫຍ່ຫຼວງຂອງປະຊາຊົນເຂົ້າຮ່ວມ, ເຂົາເຈົ້າໄດ້ເອົາມີເຫຼົ້າແວງປະມານ 700 ລິດບົ່ມໃນຖັງໄມ້ ກ່ອນນິ້ໜຶ່ງປີ. ງານບຸນນີ້ໄດ້ຖືກຈັດເປັນ 10 ເຂດເພື່ອໃຫ້ແຂກທ່ອງທ່ຽວຊິມເຫຼົ້າແວງໂດຍບໍ່ເສຍຄ່າ.

        ຄ່ຳຄືນວັນທີ 24 ທັນວາ, ຢູ່ນະຄອນ ບ໋າວໂລກ, ແຂວງ ເລີມດົ່ງ ໄດ້ຈັດຕັ້ງຄ່ຳຄືນແພໄໝ ບ໋າວໂລກ ດ້ວຍຫົວຂໍ້ວ່າ “ບ໋າວໂລກ ວັນໃຫມ່ ເຕັ້ມໄປດ້ວຍສີສັນເສັ້ນໄໝ”. ນີ້ກໍ່ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ສັບປະດາວັດທະນະທຳ ແພໄໝ ບ໋າວໂລກ ເລີມດົ່ງປີ 2017

ຕອບກັບ

ຂ່າວ/ບົດ​ອື່ນ