ບັນດາກຳມາທິການຂອງສະພາແຫ່ງຊາດບູລະນະກົງຈັກແລະສ້າງໂຄງການເຄື່ອນໄຫວໃຫ້ແກ່ອາຍຸການໃຫມ່

ບັນດາກຳມາທິການຂອງສະພາແຫ່ງຊາດບູລະນະກົງຈັກແລະສ້າງໂຄງການເຄື່ອນໄຫວໃຫ້ແກ່ອາຍຸການໃຫມ່ - ảnh 1
ພາບ​ປະ​ກອບ:internet

(vovworld)- ຕອນ​ບ່າຍ​ວັນ​ທີ 27/7, ກຳ​ມາ​ທິ​ການເສດ​ຖະ​ກິດ, ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ, ກຳ​ມາ​ທິ​ກາ​ນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາວ​ຫນຸ່ມ ແລະ ​ອະ​ນຸ​ຊົນເຍົາ​ວະ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ປະ​ຖົມ​ມະ​ລຶກ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຂອງ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ, ທ່ານ​ ຟຸ່ງກວກ​ຫຽນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຢືນ​ຢັນວ່າ: ຫນ້າ​ທີ່​ຂອງ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ແມ່ນ​ສຳ​ຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່​ຮັບ​ຜິດ​ຊອບ​ຂົງ​ເຂດ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຫນ້າ​ທີ່​ສົມ​ທົບ​ກັບ​ສະ​ພາ​ຊົນ​ເຜົ່າ, ບັນ​ດາ​ກຳ​ມາ​ທິ​ການ​ອື່ນ​ຂອງ​ສະ​ພາ​ແຫ່ງ​ຊາດ ກວດ​ກາ​ໃນ​ບັນ​ດາ​ຂົງ​ເຂດ​ພິ​ເສດ​ສະ​ເພາະ. ທ່ານ​ຮອງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຟຸ່ງກວກ​ຫຽນ ໃສ່​ໃຈ​ວ່າ ກຳ​ມາ​ທິ​ການ​ເສດ​ຖະ​ກິດ ຄວນ​ບຸ​ລິ​ມະ​ສິດ​ການ​ເລືອກ​ເຟັ້ນ​ບັນ​ດາ​ບັນ​ຫາ​ຈຸດ​ສຸມ​ເພື່ອ​​ຕິດ​ຕາມກວດ​ກາ​ເຂັ້ມ​ງວດ, ພ້ອມ​​ກັນ​ນັ້ນບັນ​ດາ​ສະ​ມາ​ຊິກກຳ​ມາ​ທິ​ການ​ຕ້ອງ​ມີ​ຈີນ​ຕະ​ນາ​ການ​ປ່ຽນ​ໃຫມ່, ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ​ລວມ​ໝູ່​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ໄດ້​ຮັບ​ການມອບ​ໝາຍ.

ໃນ​ວັນ​ດຽວ​ກັນ, ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ, ບັນ​ດາ​ສະ​ມາ​ຊິກ​ກຳ​ມາ​ທິ​ການ​ໄດ້​ກ​ຳ​ນົດ​ວ່າ ໃນ​ຊຸມ​ເດືອນ​ທ້າຍ​ປີ 2016, ກຳ​ມາ​ທິ​ການ ຈະ​ເປັນ​ເຈົ້າ​ພາບກວດ​ກາ  ຮ່າງ​ກົດ​ໝາຍ 3 ສະ​ບັບ, ຄຽງ​ຄູ່​ກັນ​ນັ້ນ ກຳ​ມາ​ທິ​ການ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຫົວ​ເລື່ອງຕິດ​ຕາມກວດ​ກາ​ສະ​ເພາະ​ກ່ຽວ​ກັບ​ການ​ວາງ​ແຜນ​ພັດ​ທະ​ນາ​ຕະ​ຫລາດ​ໄຟ​ຟ້າ ແລະ ລາ​ຄາ​ຂາຍ​ໄຟ​ຟ້າ​ຕາມ​ກົນ​ໄກ​ກ​ານ​ຕະ​ຫລາດ, ການ​ປະ​ຕິ​ບັດ​ກົດໝາຍ​ກ່ຽວ​ກັບ​ການ​ຂ​ຸດ​ຄົ້ນ, ປົກ​ປັກ​ຮັກ​ສາ​ກິດ​ຈະ​ກຳ​ຊົນ​ລະ​ປະ​ທານ, ການ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາວ​ຫນຸ່ມ, ອະ​ນຸ​ຊົນ ເຍົາ​ວະ​ຊົນ​ຊຸດ​ທີ XIV ຂອງ​ສະ​ພາ​ແຫ່ງ​ຊາດດຳ​ເນີນ​ໃນ​ຕອ​ນ​ບ່າຍ​ວັນ​ດ​ຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ກຳ​ມາ​ທິ​ການ​ໄດ້​ກຳ​ນົດ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສ​ຸ​ມ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ອະ​​ພິ​ປາຍ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື ແລະ ເຫລື້ອມ​ໃສ​ສາ​ສະ​ຫນາເພື່ອ​ຍື່ນ​ສະ​ເຫນີຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ຮັ​ບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອທີ 2 ແລະ ກວດ​ກາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ທ່ອງ​ທ່ຽວ (ສະ​ບັບ​ປັບ​ປຸງ).

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ