ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ

(VOVWORLD) - ວັນທີ 27 ຕຸລາ, ບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າໃຫ້ຮູ້ວ່າ: ເຂົາເຈົ້າຈະຜັນຂະຫຍາຍກຳລັງຄືນໃໝ່ຢູ່ບໍລິເວນທັງໝົດຢູ່ນອກເຂດລຽບຕາມຊາຍແດນ ຊີຣີ ເພື່ອເຄົາລົບຂໍ້ຕົກລັງ ລັດເຊຍ - ຕວັກກີ, ຕາມນັ້ນ, ບັນດາກຳລັງໂດຍ Damascus ໜູນຫລັງຈະປ່ຽນແທນ SDF ຢູ່ເຂດນີ້.
ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ - ảnh 1ບັນດາກຳລັງຊາວ Kurd ພວມຖອນກຳລັງອອກຈາກເຂດຊາຍແດນທາງທິດເໜືອ ຊີຣີ (ພາບ: AFP/TTXVN)

        ໃນແຈ້ງການສະບັບໜຶ່ງ, SDF ໃຫ້ຮູ້ວ່າ: ກຳລັງນີ້ພວມຜັນຂະຫຍາຍໄປເຖິງບັນດາສະຖານທີ່ໃໝ່ຢູ່ນອກເຂດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ ຄືນໃໝ່ ແນໃສ່ເຄົາລົບຂໍ້ຕົກລົງທີ່ໄດ້ເຊັນກັນຢູ່ Sochi, ລັດເຊຍ ໃນອາທິດທີ່ຜ່ານມາ. ຕາມ SDF ແລ້ວ, ບັນດາກຳລັງທະຫານປ້ອງກັນຊາຍແດນ ຊີຣີ ທີ່ໃກ້ຊິດກັບອຳນາດການປົກຄອງສູນກາງ ຈະຜັນຂະຫຍາຍກຳລັງລຽບຕາມທົ່ວທັງໝົດຊາຍແດນລະຫວ່າງ ຊີຣີ ແລະ ຕວັກກີ.

ຕອບກັບ

ຂ່າວ/ບົດ​ອື່ນ