ບັນດາກຳລັງອີຣັກຄວບຄຸມເຂດຕົວເມືອງແຫ່ງທຳອິດຂອງ Tal Afar

(VOVWORLD) -ວັນທີ 22 ສິງຫາ, ບັນດາກຳລັງອີຣັກ ຍາດໄດ້ສິດຄວບຄຸມບັນດາເຂດຕົວເມືອງທຳອິດຂອງນະຄອນ Tal Afar ໂດຍກຸ່ມກໍ່ການຮ້າຍ IS ຄວບຄຸມ.

ບັນດາກຳລັງອີຣັກຄວບຄຸມເຂດຕົວເມືອງແຫ່ງທຳອິດຂອງ Tal Afar - ảnh 1 ບັນດາກຳລັງອີຣັກຄວບຄຸມເຂດຕົວເມືອງແຫ່ງທຳອິດຂອງ Tal Afar

(ພາບ: AFP/TTXVN)

ພົນຕີ Abdul Amir Rasheed Yar Allah, ຜູ້ບັນຊາການບັ້ນຮົບປົດປ່ອຍນະຄອນ Tal Afar ໃຫ້ຮູ້ວ່າ, ບັນດາກຳລັງສະເພາະກິດຕ້ານກໍ່ການຮ້າຍໂດຍອາເມລິກາ ຝຶກຊ້ອມ ໄດ້ບຸກເຂົ້າເຂດ al Kifah ທາງທິດຕາເວັນອອກສ່ຽງໃຕ້ ຢູ່ນະຄອນນີ້. ສ່ວນວາທີນາຍພົນ Haider Fadhil, ຂຶ້ນກັບບັນດາກຳລັງສະເພາະກິດ ອີຣັກ, ໄດ້ເວົ້າກັບວົງການສື່ມວນຊົນວ່າ ບັນດາກຳລັງຂອງລັດຖະບານບໍ່ພົບກັບການສູ້ຢັນທີ່ດຸເດືອດໃດໆຈາກຝ່າຍ IS. ວາທີນາຍພົນ Haider Fadhil ຄາດຄະເນວ່າ, ບັ້ນຮົບຈະດຸເດືອດກວ່າເມື່ອພົນທະຫານລັດຖະບານ ບຸກເຂົ້າໄປເຂດໃຈກາງນະຄອນປະມານ 4,5 ກມ ຕື່ມອີກ, ໃນຂະນະທີ່ມີສາມັນຊົນຫຼາຍຄົນຍັງຕິດຄ້າງຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ