ບັນດາກຳລັງອີຣັກຄວບຄຸມເຂດທາງທິດພາກຕາເວັນອອກMosul

ບັນດາກຳລັງອີຣັກຄວບຄຸມເຂດທາງທິດພາກຕາເວັນອອກMosul - ảnh 1
ນະ​ຄອນ Mosul
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 8/1, ບັນ​ດາ​ກຳ​ລັງ ອີ​ຣັກ ໄດ້​ຄວບ​ຄຸມ​ທາງ​ທິດ​ຕາ​ເວັນ​ອອກ ແມ່​ນ້ຳ Tigris, ​​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ຄວບ​ຄຸມ​ໄດ້​ທາງ​ທິດ​ຕ​າ​ເວັນ​ອອກ ນະ​ຄອນ Mosul. ຜ່ານນັ້ນ​ສ້າງ​ບາດ​ກ້າວ​ໃຫຍ່ຫຼວງ​ທຳ​ອິດ​ນັບ​ແຕ່​ເມື່ອ​ປຸກລະ​ດົມ​ບັ້ນ​ຮົບ​ການ​ທະ​ຫານ​ເພື່ອ​ແນ​ໃສ່​​ຢືດ​ຄອງ​ຖານ​ທີ່​ໝັ້ນ​ກຳ​ແພງ​ແຫ່ງ​ສຸດ​ທ້າຍ​ຂອງ​ກຳ​ລັງ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ອີ​ຣັກ ເມື່ອ​​ກາງເດືອນ 10 ຜ່ານ​ມາ. ບັນ​ດາ​ກຳ​ລັງ ອີ​ຣັກ ຄວບ​ຄຸມ​ທາງ​ພາກ​ຕາ​ເວັນ​ອອກ ຂອງ​ຂົວ​ແຫ່ງ​ທ​ີ 4 ຢູ່​ນະ​ຄອນ Mosul. ​ເຂດ​ທິດ​ຕາ​ເວັ​ນ​ຕ​ົກ Mosul, ​ມີ​ເນື້ອ​ທີ່​ດິນ​ນ້ອຍ​ກ່ອນ​ແຕ່​​ພັດມີ​​ພົນ​ລະ​ເມືອງຫຼາຍ, ປະ​ຈຸ​ບັນ​ຍັງ​ຖືກ​ບັນ​ດາ​ມື​ປືນ IS ຄວບ​ຄຸມ​ຢູ່.


ຂ່າວ/ບົດ​ອື່ນ