ບັນດາກຳລັງອີຣັກປົດປ່ອຍເຂດໃກ້ຄຽງຢູ່ທາງທິດຕາເວັນຕົກສ່ຽງເໜືອ Mosul

(VOVWORLD) -ວັນທີ 15 ພຶດສະພາ, ກອງທັບອີຣັກ ໃຫ້ຮູ້ວ່າ, ບັນດາກຳລັງຂອງປະເທດນີ້ໄດ້ປົດປ່ອຍເຂດໃກ້ຄຽງຢູ່ທາງທິດຕາເວັນຕົກສ່ຽງເໜືອ Mosul, ເຊິ່ງແມ່ນເຮືອນຮັງໃຫຍ່ກວ່າໝູ່ຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ອີຣັກ, ພາຍຫຼັງເກີດການປະທະກັນຢ່າງຮ້າຍແຮງກັບພວກ IS.
ບັນດາກຳລັງອີຣັກປົດປ່ອຍເຂດໃກ້ຄຽງຢູ່ທາງທິດຕາເວັນຕົກສ່ຽງເໜືອ Mosul - ảnh 1 (ພາບປະກອບ: AFP/TTXVN)

ພົນຕີ Abdul Amir Yarallah ສັງກັດກອງບັນຊາການບັ້ນຮົບຮ່ວມ, ໃຫ້ຮູ້ວ່າ, ກຳລັງພິເສດຕ້ານກໍ່ການຮ້າຍຂອງກະຊວງພາຍໃນ ໄດ້ປົດປ່ອຍເຂດໃກ້ຄຽງ al – Uraybi ພາຍຫຼັງດັບສູນມືປືນ IS ຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ