ບັນດາຄູ່ຮ່ວມມືດ້ານນ້ຳມັນອາຍແກຼດຕ່າງປະເທດໃຫ້ຄຳໝັ້ນສັນຍາຮ່ວມມືຕັ້ງໜ້າກັບຫວຽດນາມຢູ່ທະເລຕາເວັນອອກ

ບັນດາຄູ່ຮ່ວມມືດ້ານນ້ຳມັນອາຍແກຼດຕ່າງປະເທດໃຫ້ຄຳໝັ້ນສັນຍາຮ່ວມມືຕັ້ງໜ້າກັບຫວຽດນາມຢູ່ທະເລຕາເວັນອອກ - ảnh 1
ທ່ານ ຫງວຽນ​ກວກ​ເທີບ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກຼດ​ແຫ່ງ​ຊາດ ຫວຽດນາມ
(ພາບປະກອບ)

(vovworld) – ວັນ​ທີ 16/6, ທີ່​ການ​ປະຊຸມ​ຂ່າວ​ສາກົນ, ທ່ານ ຫງວຽນ​ກວກ​ເທີບ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກຼດ ​ແຫ່ງ​ຊາດ ຫວຽດນາມ (Petro Vietnam) ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກຼດປະນາມ 100 ສະບັບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ​ໃນ​ນັ້ນ​ສັນຍາ 61 ສະບັບຍັງ​ມີຜົນ​ສັດ​ສິດ.

    ຕໍ່ໜ້າ​ເລື່ອງ ຈີນ ຕັ້ງ​ຮ້າຍ​ເຈາະ​ນ້ຳມັນ ​ໄຮ​ຢາງ  981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ແລະ ກ່າວ​ຫາ ຫວຽດນາມ ​ມີ 57 ​ແປງ​ນ້ຳມັນ​ອາຍ​ແກຼດ​ນອນ​ໃນ​ເຂດ​ທະ​ເລ​ທີ່ມີ​ການ​ຂັດ​ແຍ້​ງ, ຫວຽດນາມ ​ໄດ້​ອອກສຽງ​ປະຕິ​ເສດ​ແຫຼ່ງຂ່າວ​ດັ່ງກ່າວ. ຝ່າຍ ຫວຽດນາມ ກໍ່ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ບັນດາ​ຜູ້ຕາງໜ້າ​ຂອງ​ທຸກໆ​ບໍລິສັດ​ນ້ຳມັນ ສາກົນ​ພວມ​ຮ່ວມ​ມື​ກັບ ຫວຽດນາມ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນີ້, ບັນດາ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື​ຍາວ​ນານ​ກັບ ຫວຽດນາມ. ທ່ານ ຫງວຽນກວກ​ເທີບ, ​ໃຫ້​ຮູ້​ວ່າ:

    “ທີ່​ກາ​ນພົບ​ປະ​ແລກປ່ຽນຄັ້ງ​ຕ່າງໆ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ໄດ້​ຮັບ​ສັນຍານ​ທີ່​ດີ. ນັ້ນ​ແມ່ນ​ທຸກ​ບໍລິສັດ​ລ້ວນ​ແຕ່​ປະກາດ​ໃຫ້​ພວກ​ຂ້າພະ​ເຈົ້າ​ວ່າ: ​ເຂົາ​ເຈົ້າ​​ແບ່ງປັນ, ສະໜັບສະໜູນ​ຫຼັກ​ໝັ້ນ, ຖະ​ແຫຼ​ງການ​ຂອງ Petro Vietnam ກໍ່​ຄື​ຂອງ​ລັດຖະບານ ຫວຽດນາມ. ​ເຂົາ​ເຈົ້າ​ກໍ່​ຢັ້ງຢືນ​​ການເຄື່ອນ​ໄຫວ​ນ້ຳມັນ​ອາຍ​ແກຼດຂອງ Petro Vietnam ກໍ່​ຄື​ຂອງ​ເຂົາ​ເຈົ້າ​ແມ່ນ​ຖືກຕ້ອງ​ຕາມກົດໝາຍ.”


ຂ່າວ/ບົດ​ອື່ນ