ບັນດາຄູ່ຮ່ວມມືຢັ້ງຢືນການພັດທະນາການພົວພັນຮ່ວມມືກັບ ອາຊຽນ

(VOVWORLD) -  ຝ່າຍ ອາເມລິກາ ກໍ່ຢັ້ງຢືນເຖິງຄວາມສຳຄັນຂອງການເຄົາລົບປະຕິບັດກົດໝາຍສາກົນ, ການຄ້າບໍ່ຖືກກີດຂວາງ, ສະໜັບສະໜູນບັນດາປະເທດແຄມທະເລປະຕິບັດສິດອະທິປະໄຕສຳລັບບັນດາແຫຼ່ງຊັບພະຍາກອນຢູ່ທະເລໃຫ້ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982. 

ໂດຍສືບຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 14 ພະຈິກ, ໄດ້ດຳເນີນບັນດາກອງປະຊຸມສຸດຍອດລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 8, ກອງປະຊຸມສຸດຍອດ ອາຊຽນ - ນິວຊີແລນ ສະເຫຼີມສະຫຼອງ 45 ປີແຫ່ງການພົວພັນຄູ່ຮ່ວມມື, ກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທີ 2, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ການນຳບັນດາປະເທດ ອາຊຽນ, ເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ. ແລະໃນວັນດຽວກັນກໍ່ໄດ້ດຳເນີນພິທີເລີ່ມເຄື່ອນໄຫວເຄືອຂ່າຍ Logistics ອັດສະລິຍະ ອາຊຽນ.

ບັນດາຄູ່ຮ່ວມມືຢັ້ງຢືນການພັດທະນາການພົວພັນຮ່ວມມືກັບ ອາຊຽນ - ảnh 1 ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 8 (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ຄັ້ງທີ 8, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບົດບັນທຶກການຮ່ວມມືລະຫວ່າງອົງການພັດທະນາສາກົນ ອາເມລິກາ (USAID) ແລະ ອາຊຽນ ທີ່ຫາກໍ່ລົງນາມ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:

        “ໂດຍເປັນຄູ່ຮ່ວມມືຍຸດທະສາດຂອງ ອາຊຽນ ນັບແຕ່ປີ 2015 ເປັນຕົ້ນມາ, ການເຂົ້າຮ່ວມ ແລະ ການປະກອບສ່ວນສ້າງສາ, ຄວາມຮັບຜິດຊອບຂອງ ອາເມລິກາ ໃຫ້ແກ່ບັນດາຄວາມມານະພະຍາຍາມເພີ່ມທະວີຄວາມເຊື່ອໝັ້ນ, ການພົບປະເຈລະຈາ ແລະ ການຮ່ວມມືຢູ່ພາກພື້ນ ຜ່ານບັນດາຂອບເຂດ ໂດຍອາຊຽນ ເປັນເຈົ້າພາບ ຍາມໃດກໍ່ໄດ້ຮັບຄວາມຊົມເຊີຍ. ພວກຂ້າພະເຈົ້າຕີລາຄາສູງວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕັ້ງໜ້າ, ຊຸກຍູ້ຫລາຍຂໍ້ລິເລີ່ມຮ່ວມມືຢ່າງແທດຈິງ ແນໃສ່ໜູນຊ່ວຍບັນດາປະເທດ ອາຊຽນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຮັບມືກັບໂລກລະບາດ.

       ຝ່າຍ ອາເມລິກາ ກໍ່ຢັ້ງຢືນເຖິງຄວາມສຳຄັນຂອງການເຄົາລົບປະຕິບັດກົດໝາຍສາກົນ, ການຄ້າບໍ່ຖືກກີດຂວາງ, ສະໜັບສະໜູນບັນດາປະເທດແຄມທະເລປະຕິບັດສິດອະທິປະໄຕສຳລັບບັນດາແຫຼ່ງຊັບພະຍາກອນຢູ່ທະເລໃຫ້ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ທ່ານ Robert C.Obrien ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຢືນຢັນວ່າ:

        “ໃນສະພາບເກີດໂລກລະບາດໂຄວິດ-19 ຄືປະຈຸບັນ, ການພົວພັນຄູ່ຮ່ວມມື ອາຊຽນ - ອາເມລິກາ ມີບົດບາດສຳຄັນຍິ່ງ. ພວກຂ້າພະເຈົ້າຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດາຄູ່ຮ່ວມມື ອາຊຽນ, ພວກຂ້າພະເຈົ້າສະໜັບສະໜູນອະທິປະໄຕຂອງບັນດາປະເທດເອກະລາດ ແລະ ພັດທະນາ, ຄອງຄອຍຖ້າເບິ່ງວ່າ ຈະເຮັດແນວໃດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງແຕ່ລະປະເທດ ທັງພວກເຮົາ ແລະ ທັງພາກພື້ນ.

        ຫລັງຈາກນັ້ນ ກໍ່ໄດ້ດຳເນີນ, ກອງປະຊຸມສຸດຍອດ ອາຊຽນ - ນິວຊີແລນ , ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Kate Laurell Ardern ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງພາກພື້ນ ອາຊຽນ ໃນການພົວພັນ 2 ຝ່າຍ. ທ່ານນາງ Jacinda Kate Laurell Ardern ໃຫ້ຮູ້ວ່າ: ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ ໃນໄລຍະຈະມາເຖິງ.

        ແລະໃນວັນດຽວກັນ ກໍ່ໄດ້ດຳເນີນກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທີ 2, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15, ກອງປະຊຸມສຸດຍອດອາຊຽນ+3 ຄັ້ງທີ 23…

ຕອບກັບ

ຂ່າວ/ບົດ​ອື່ນ