ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກຳ​ປູ​ເຈຍ ຢູ່ ສ​ປ​ຊ ອວ​ຍ​ພອນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ໂລງ 2024

(VOVWORLD) - ໃນອາທິດນີ້, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າພ້ອມກັບພະນັກງານຫຼັກແຫຼ່ງຂອງສອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ໄດ້ໄປອວຍພອນຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ (ອາເມລິກາ) ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024.
ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກຳ​ປູ​ເຈຍ ຢູ່ ສ​ປ​ຊ ອວ​ຍ​ພອນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ໂລງ 2024 - ảnh 1 ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ  ພ້ອມດ້ວຍຄະນະມາອວຍພອນປີໃໝ່  (ພາບ: VOV)

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ ແລະ ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ Sophea Eat, ໄດ້ຊົມເຊີຍບັນດາຜົນງານທີ່ສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນຈະສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ກັບ ຫວຽດນາມ ຢູ່ ສປຊ ໃນໄລຍະຈະມາເຖິງ.

ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກຳ​ປູ​ເຈຍ ຢູ່ ສ​ປ​ຊ ອວ​ຍ​ພອນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ໂລງ 2024 - ảnh 2ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ Sophea Eat ມາອວຍພອນປີໃໝ່ (ພາບ: VOV)

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ດັ້ງຮວ່າງຢາງ ກໍເຄົາລົບນ້ຳໃຈອັນສະໜິດສະໜົມຂອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ; ພ້ອມທັງຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ລາວ ແບກຫາບບົດບາດເປັນປະທານ ຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ໃນປີນີ້ ຢ່າງສຳເລັດຜົນ ແລະ ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການສົມທົບລະຫວ່າງບັນດາຄະນະຜູ້ຕາງໜ້າໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ