ບັນດາງານບຸນທີ່ເປັນມູນເຊື້ອໃນຕົ້ນລະດູບານໃໝ່ປີວອກ2016

ບັນດາງານບຸນທີ່ເປັນມູນເຊື້ອໃນຕົ້ນລະດູບານໃໝ່ປີວອກ2016 - ảnh 1
ພິທີຊົນຄວາຍ ຢູ່ຟູ່ນີງ, ແຂວງ ຟູ່ເທາະ

(vovworld) –  ວັນ​ທີ 16/2, ທ້ອງ​ຖິ່ນ​ຕ່າງໆ​ຄື: ​ແຂວງ ຟູ໋​ເທາະ, ​ນະຄອນ ຕວຽນ​ກວາງ, ​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຕົ້ນ​ລະດູບານ​ໃໝ່​ປີວ​ອກ 2016. ງານ​ບຸນ​ຊົນຄວາຍ ຟູ່ນີງ, ​ແຂວງ ຟູ໋​ເທາະ ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮູ່ງ - ງານ​ບຸນ​ວິຫານ​ຮູ່ງ ປີ 2016.

        ງານ​ບຸນຊ່ວງ​ເຮືອ​ທີ່​​ເປັນ​ມູນ​ເຊື້ອ​ໃນ​ແມ່​ນຳ້ ​ໂລ, ​ແຂວງ ຕວຽນ​ກວາງ ກໍ​ດຶງ​ດູດ​ແຂ​ກທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼວງ​ຫຼາຍ. ງານ​ບຸນຊ່ວງ​ເຮືອ​ໃນ​ແມ່​ນຳ​້​ໂລ ​ຖືກຈັດ​ຕັ້ງ​ໃນ​ໂອກາດ​ຕົ້ນ​ລະ​ດູ​ບານ​ໃໝ່ ​ແລະ ​ໄດ້​ກາຍ​ເປັນ​ງານ​ບຸນ​ທີ່​ເປັນ​ເອກະລັກສະ​ເພາະ, ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ພິລະ​ອາດ​ຫານຄຸນ​ນະ​ທາດ ​ແລະ ກຳລັງ​ແຮງ​​ແຫ່ງ​ຄວາມສາມັກ​ຄີ​ຂອງ​ປະຊາຊົນ​ນະຄອນ ຕວຽນ​ກວາງ.


ຂ່າວ/ບົດ​ອື່ນ