ບັນ​ດາ​ຈຸດພິ​ເສດ​ທີ່​ພົ້ນ​ເດັ່ນ​ໃນການ​ເຮັດ​ວຽດ​​ຄັ້ງ​​ທີ 1 ​ຂອງກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

(VOVWORLD) - ຈຸດພິເສດທີ່ພົ້ນເດັ່ນຂອງການເຮັດວຽກຄັ້ງທີ 1 ຂອງກອງປະຊຸມຄັ້ງນີ້ ແມ່ນບູລະນະວຽກງານບຸກຄະລາກອນໃຫ້ສົມບູນ. 
ບັນ​ດາ​ຈຸດພິ​ເສດ​ທີ່​ພົ້ນ​ເດັ່ນ​ໃນການ​ເຮັດ​ວຽດ​​ຄັ້ງ​​ທີ 1 ​ຂອງກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV - ảnh 1ຈຸດພິເສດທີ່ພົ້ນເດັ່ນຂອງການເຮັດວຽກຄັ້ງທີ 1 ຂອງກອງປະຊຸມຄັ້ງນີ້ ແມ່ນບູລະນະວຽກງານບຸກຄະລາກອນໃຫ້ສົມບູນ (ພາບ: TTXVN)

ຕອນບ່າຍວັນທີ 8 ມິຖຸນາ, ພາຍຫຼັງການເຮັດວຽກມາເປັນເວລາ 17 ວັນ, ການເຮັດວຽກຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປະສົບຜົນສຳເລັດຢ່າງຈົບງາມຕາມແຜນການທີ່ໄດ້ວາງອອກ. ຈຸດພິເສດທີ່ພົ້ນເດັ່ນຂອງການເຮັດວຽກຄັ້ງທີ 1 ຂອງກອງປະຊຸມຄັ້ງນີ້ ແມ່ນບູລະນະວຽກງານບຸກຄະລາກອນໃຫ້ສົມບູນ. ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງປະທານສະພາແຫ່ງຊາດ ອາຍຸການ 2021 – 2026 ໃຫ້ແກ່ທ່ານ ເຈິ່ນແທັງເໝີນ; ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງປະທານປະເທດ ອາຍຸການ 2021 – 2026 ໃຫ້ແກ່ທ່ານ ໂຕເລີມ; ຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງຮອງປະທານສະພາແຫ່ງຊາດ ອາຍຸການ 2021 – 2026 ສຳລັບທ່ານນາງ ຫງວຽນທິແທັງ; ມະຕິວ່າດ້ວຍການໃຫ້ສັດຕະຍາບັນຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການແຕ່ງຕັ້ງທ່ານຮອງນາຍົກລັດຖະມົນຕີ ອາຍຸການ 2021 – 2026 ສຳລັບທ່ານເລແທັ່ງລອງ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ອາຍຸການ 2021 – 2026 ສຳລັບທ່ານ ເລືອງຕາມກວາງ.

ໃນການເຮັດວຽກຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ນີ້, ວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ດ້ວຍເລື່ອງເຮັດແຈ້ງຄວາມຮັບຜິດຊອບ, ມາດຕະການແກ້ໄຂ ແລະ ຄຳໝັ້ນສັນຍາຢ່າງແຮງຂອງລັດຖະມົນຕີບັນດາກະຊວງໃນການຊີ້ນຳ, ຄຸ້ມຄອງ, ບໍລິຫານ, ແມ່ນພື້ນຖານໃຫ້ແກ່ວຽກງານປະຕິບັດ ແລະ ຕິດຕາມການປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດ.

ໃນການເຮັດວຽກຄັ້ງນີ້, ສະພາແຫ່ງຊາດຍັງປຶກສາຫາລືທີ່ຫໍປະຊຸມກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2024 ແລະ ຫຼາຍເນື້ອໃນສຳຄັນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ