ບັນດາຊາວຕ່າງປະເທດຢູ່ຫວຽດນາມຂອບອົກຂອບໃຈຂະແຫນງສາທາລະນະສຸກຫວຽດນາມ

(VOVWORLD) -ໃນສະພາບໂລກລະບາດ Covid-19 ແຜ່ລະບາດຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ ດ້ວຍຈິດໃຈວັດທະນະທຳມະນຸດ, ການຮ່ວມມື ແລະ ແບ່ງປັນ, 

ບັນດາຊາວຕ່າງປະເທດຢູ່ຫວຽດນາມຂອບອົກຂອບໃຈຂະແຫນງສາທາລະນະສຸກຫວຽດນາມ - ảnh 1 ຊາວຕ່າງປະເທດໄດ້ຮັບການປິ່ນປົວຫາຍດີຢູ່ ໂຮງໝໍພະຍາດເຂດຮ້ອນສູນກາງ 

ພາບ:TTXVN

ລັດຖະບານຫວຽດນາມ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ເອົາໃຈໃສ່ ຫນູນຊ່ວຍ ເພື່ອໃຫ້ຊາວຕ່າງປະເທດຢູ່ ຫວຽດນາມ ໄດ້ຮັບປະກັນການດຳເນີນຊີວິດເປັນປົກກະຕິ, ປອດໄພ, ໄດ້ຮັບການເບິ່ງແຍູດູແລສຸຂະພາບ, ປິ່ນປົວຢ່າງຕັ້ງຫນ້າໃນກໍລະນີທີ່ຈຳເປັນ. ບັນດາການວຽກງານນີ້ຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ຮັບການຕີລາຄາສູງຈາກຊາວຕ່າງປະເທດ, ອຳນາດການປົກຄອງບັນດາປະເທດ ແລະ ປະຊາຄົມສາກົນ.

“ຂອບໃຈເດີ, ຂະແຫນງສາທາລະນະສຸກຫວຽດນາມ” - ນີ້ແມ່ນຄວາມໃນໃຈຂອງຊາວຕ່າງປະເທດຫລາຍຄົນທີ່ຖືກຕິດເຊື້ອ Covid-19 ຫລື ຖືກແຍກຕົວ ເມື່ອມາຫວຽດນາມ ແລະ ໄດ້ຮັບການປິ່ນປົວຢ່າງຕັ້ງຫນ້າຈາກບັນດາທ່ານໝໍ ແພດໝໍ ຫວຽດນາມ. ທ່ານນາງ Shan  ຊາວ ອຽກລັງ  ອາຍຸ 67 ປີ ຄົນເຈັບທີ 24 ໄດ້ຮັບການປິ່ນປົວຫາຍດີຈາກໂຮງໝໍພະຍາດເຂດຮ້ອນສູນກາງ. ທ່ານນາງ ໄດ້ແບ່ງປັນວ່າ: ໂດຍແມ່ນທ່ານໝໍຜູ້ຫນຶ່ງອອກກິນເບ້ຍບຳນານ ຂ້າພະເຈົ້າເອງອາດຈະຖືກເສຍຊີວິດຍ້ອນ ເຊື້ອ Covid-19 ແຕ່ບັນດາທ່ານໝໍຫວຽດນາມ ໄດ້ກູ້ເອົາຊີວິດຂ້າພະເຈົ້າ.”

ໃນສື່ສັງຄົມອອນລາຍຫລາຍມື້ຜ່ານມາ ມີຈົດໝາຍຫລາຍສະບັບ ກໍ່ຄືຄຳຂອບອົກຂອບໃຈຂອງຊາວຕ່າງປະເທດຫລາຍຄົນທີ່ມີຕໍ່ຖັນແຖວແພດໝໍຫວຽດນາມ. ນັກວິທະຍາສາດຊາວ ອັງກິດສົ່ງຈົດໝາຍເຖິງໂຮງໝໍພະຍາດເຂດຮ້ອນສູນກາງມີຕອນກ່າວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງບັນດາທ່ານໝໍ ແພດໝໍ ຍ້ອນວຽກງານທີ່ຫຍຸ້ງຍາກລຳບາກຂອງເຂົາເຈົ້າໃນຕະຫລອດໄລຍະຜ່ານມາ.

ສ່ວນພໍ່ຄົວ ຊາວນິວຊີແລນ ອ້າຍ Bobby Chin ໄດ້ຂຽນຈົດໝາຍດ້ວຍຄວາມຕື້ນຕັນໃຈວ່າ “ຂ້າພະເຈົ້າຂໍສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ກັບບັນດາແພດໝໍຫວຽດນາມ ພວມເຮັດວຽກຢູ່ຮາກຖານແຍກຕົວ ຊື່ງພໍ່ຂ້າພະເຈົ້າພວມໄດ້ຮັບການເບິ່ງແຍງດູແລ. ນີ້ແມ່ນການອຸທິດສ່ວນອັນສູງສົ່ງ.”

ຕອບກັບ

ຂ່າວ/ບົດ​ອື່ນ