ບັນດາຍາກາດຟົດຟື້ນຂອງການຜະລິດຍາມຕົ້ນປີໃໝ່

(VOVWORLD) -ຕອນເຊົ້າວັນທີ 07 ກຸມພາ (ກົງກັບວັນທີ 3 ບຸນເຕັດຕາມຈັນທະປະຕິທິນ), ຢູ່ເທດສະບານເມືອງ ໂຟອຽນ, ແຂວງ ທ໊າຍງວຽນ, ໄດ້ຈັດພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019 ດ້ວຍຫົວຂໍ້ວ່າ “ກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”.

ບັນດາຍາກາດຟົດຟື້ນຂອງການຜະລິດຍາມຕົ້ນປີໃໝ່ - ảnh 1 ພິທີລົງທົ່ງນາໃນລະດູບານໃໝ່ປີໃໝ່ປີກຸນ 2019

(ພາບ: TTXVN)

ນີ້ແມ່ນງານບຸນລະດູບານໃໝ່ທຳອິດ, ເປີດສາກໃຫ້ແກ່ຄວາມມຸ່ງມາດປາດຖະໜາວ່າ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ການຜະລິດກະສິກຳໃນປີໄດ້ຮັບຜົນດີ.

        ງານບຸນກໍ່ປະກອບສ່ວນສຳຄັນເຂົ້າໃນການຍູ້ແຮງຂະແໜງການແຂ່ງຂັນຜະລິດ, ກໍ່ສ້າງຊົນນະບົດໃໝ່, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນຕັ້ງໜ້າແຂ່ງຂັນອອກແຮງງານ, ທຳການຜະລິດ, ຍູ້ແຮງວິວັດທະນາການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝໂດຍໄວ.

        ໃນຂະນະນັ້ນ, ໃນຊຸມມື້ຍາມຕົ້ນລະດູບານໃໝ່, ຊາວປະມົງຢູ່ນະຄອນດ່ານັ້ງ ກໍ່ເລີ່ມອອກສູ່ທະເລ ດ້ວຍຄວາມຫວັງໃນປີຈະຫາປາໄດ້ຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ